ເປີດຊອງປະມູນໂຄງການກໍ່ສ້າງອ່າງນໍ້າປະປາຊຸມຊົນ ບ້ານນາກາງ

  ພິທີເປີດຊອງປະມູນໂຄງການສຶກສາຄວາມເປັນໄປໄດ້ໃນການອອກແບບ ແລະກໍ່ສ້າງອ່າງນໍ້າປະປາຊຸມຊົນທີ່ບ້ານນາກາງ ເມືອງຄູນຄຳ ແຂວງຄຳມ່ວນໄດ້ ຈັດຂຶ້ນໃນອາ ທິດຜ່ານມາທີ່ຫ້ອງວ່າການເມືອງດັ່ງກ່າວເປັນປະທານໂດຍທ່ານ ອິນທະວົງ ແກ້ວອ່ອນໄຂ ຮອງເຈົ້າເມືອງໆຄູນຄໍາ, ມີບັນດາທ່ານຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ, ຫົວໜ້າຫ້ອງການໂຍທາທິກາ ລະຂົນສົ່ງເມືອງ, ຕາງໜ້າຈາກຫ້ອງການກວດກາພັກ-ລັດເມືອງ, ຕາງໜ້າຈາກຫ້ອງການ-ການເງິນ ເມືອງ, ຕາງໜ້າຈາກບໍລິສັດຕະຫຼອດຮອດພະນັກງານວິຊາການຫ້ອງການແຮງງານສະຫວັດດີການສັງຄົມເມືອງເຂົ້າຮ່ວມ.

  ທ່ານ ວິໄລສັກ ສຸວັນນະລາດ ຫົວໜ້າຫ້ອງການແຮງງານສະຫວັດດີສັງຄົມເມືອງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 300/ຈມ.ຄຄ, ລົງວັນທີ24 ກໍລະກົດ 2020 ວ່າດ້ວຍການອະນຸມັດໃຫ້ ຫ້ອງການແຮງງານສະຫວັດດີການສັງຄົມເມືອງຈັດຕັ້ງດໍາເນີນການປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງອ່າງນໍ້າປະປາຊຸມຊົນທີ່ບ້ານນາກາງ ແລະລະບຽບການໆປະມູນ, ຄະນະກໍາມະການຂັ້ນເມືອງຈະຕ້ອງໄດ້ກວດກາເອກະສານບໍ່ວ່າຈະເປັນທາງດ້ານເນື້ອໃນ ແລະ ປະຫວັດຄວາມເປັນມາຂອງບໍລິສັດແຕ່ລະບໍລິສັດທີ່ເຂົ້າຮ່ວມການປະມູນເຫັນວ່າຖືກຕ້ອງ, ຊັດເຈນໃນນັ້ນກໍາມະການກໍ່ໄດ້ດໍາເນີນການເປີດຊອງປະມູນລາຄາການກໍ່ສ້າງໂຄງການນໍ້າປະປາຊຸມຊົນຊຶ່ງມີ 3 ບໍລິສັດເຂົ້າຮ່ວມຄື: ບໍລິສັດໂຊກທະວີກໍ່ສ້າງ ແລະສ້ອມແປງເຄຫາສະຖານຈໍາກັດຜູ້ດຽວລາຄາສະເໜີປະມູນ 4,89 ຕື້ກີບ, ບໍລິສັດແສງປະເສີດກໍ່ສ້າງຈໍາກັດຜູ້ດຽວລາຄາສະ ເໜີປະມູນ 5,13 ຕື້ກີບ, ບໍລິສັດເພັງສະຫວັນກໍ່ສ້າງຈໍາກັດຜູ້ດຽວລາຄາສະເໜີປະມູນ 5,35 ຕື້ກີບ, ທາງຄະນະກໍາມະການກໍ່ໄດ້ສະເໜີລາຄາກາງຂອງໂຄງການ 4,99 ຕື້ກີບ, ໃນນັ້ນທາງເຈົ້າຂອງໂຄງການ ແລະຄະນະກໍາມະການຈຶ່ງໄດ້ນໍາເອົາການປະມູນໃນຄັ້ງນີ້ໄປຄົ້ນຄວ້າ ແລະ ປຶກສາຫາ ຫຼືກັນກ່ອນຈຶ່ງໃຫ້ບໍລິສັດຮັບຊາບໃນການປະມູນ.

  ໃນຕອນທ້າຍຂອງພິທີທ່ານປະທານໄດ້ມີຄໍາເຫັນຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນການປະມູນຂອງບັນດາບໍລິສັດ ແລະຂັ້ນຕອນການປະມູນຈະຕ້ອງໄດ້ມອບໃຫ້ຄະນະກໍາມະການຂັ້ນເມືອງກວດກາເອກະສານຂອງບໍລິສັດໃຫ້ຄົບຖ້ວນ, ຖືກຕ້ອງ ແລະການຄໍ້າປະກັນຕາມລະບຽບການກໍ່ສ້າງ, ໃນນັ້ນຕ້ອງໃຫ້ມີຄຸນນະພາບ ແລະໃຫ້ໄດ້ມາດຕະຖານ, ມອບໃຫ້ຄະນະກໍາມະການຂັ້ນເມືອງດໍາເນີນການຈັດຕັ້ງປະຕິບັດຢ່າງຖືກ ແລະສອດຄ່ອງກັບອົງການຈັດຕັ້ງບ້ານ ແລະເປັນເຈົ້າການໃນການຕິດຕາມ, ກວດກາຢ່າງໃກ້ສິດພາຍຫຼັງໄດ້ຮັບອະນຸຍາດໃນການກໍ່ສ້າງໂຄງນໍ້າປະປາຊຸມຊົນ.

--------------

ໂດຍ: ທ້າວ ສີນົງ ແກ້ວໜູພັນ