ທ່ຽວຊົມ ຈຸດຊົມວິວດອຍກາວ ເມືອງໄຊສະຖານ

 

  ເມືອງໄຊສະຖານ ແຂວງ ໄຊຍະບູລີ ຫຼາຍທ່ານອາດຈະໄດ້ຍິນ ຊື່ແຕ່ຖ້າໄດ້ໄປແລ້ວຮັບຮອງວ່າບໍ່ ຜິດຫວັງແນ່ນອນຈຸດຊົມວິວດອຍ ກາວແຫ່ງນີ້ຍັງຄົງຄວາມເປັນທຳ ມະຊາດໄວ້ຢ່າງສົມບູນທ່ານຈະໄດ້ ເຫັນຄວາມສວຍສົດງົດງາມຂອງພູ ຜາປ່າໄມ້ອັນເປັນທໍາມະຊາດທີ່ຫາ ເບິ່ງໄດ້ຍາກຖ້າບໍ່ເຊື່ອໜາວນີ້ໃຫ້ ທ່ານລອງໄປດ້ວຍຕົນເອງກໍ່ແລ້ວ ກັນ.

  ຈຸດຊົມວິວດອຍກາວ ກໍເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມສວຍງາມເປັນເອກະລັກໄປ ອີກແບບໜຶ່ງທີ່ໃຜໆໄດ້ໄປໄຊຍະບູລີແລ້ວບໍ່ຄວນພາດທີ່ຈະໄປຢ້ຽມຊົມ ແລະຈຸດຊົມວິວດອຍກາວ ເມືອງໄຊສະຖານ ເປັນອີກສະຖານ ທີ່ໜຶ່ງທີ່ໜ້າສົນໃຈເມື່ອໄປຮອດຈຸດຊົມວິວຄືດອຍກາວ ພູເຂົາທະເລໝອກ ແລະຕົ້ນຊາໃຫຍ່ 1.000 ປີ ເຮົາຈະເຫັນວິວທິວທັດກວ້າງສຸດ ສາຍຕາປະສົມປະສານກັບສາຍ ໝອກແບບງາມສຸດຍອດເລີຍບວກກັບອາກາດທີ່ເຢັນສົດຊື່ນກຽມໂຕ ມາສໍາພັດສະຖານທີ່ແຫ່ງນີ້ໄດ້ແລ້ວ ເຊື່ອວ່າຫຼາຍຄົນຍັງບໍ່ເຄີຍໄປສຳຜັດ.

ສຳລັບການເດີນທາງຕັ້ງແຕ່ ເມືອງພຽງໄປຫາດອຍກາວ ເມືອງ ໄຊສະຖານແມ່ນຕ້ອງຜ່ານເທສະບານແຂວງໄຊຍະບູລີໄປທາງທິດ ເໜືອໄລຍະທາງ 95 ກິໂລແມັດ.

--------

ໂດຍ: ວົງມະນີ