ວັດເພຍວັດ ສະຖາປັດຕະຍະກໍາບູຮານ

 ວັດເພຍວັດ ເປັນສະຖານທີ່ສັກກະລະບູຊາ ແລະຂາບໄຫວ້ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງຂອງຊາວຊຽງຂວາງກໍ່ຄືນັກທ່ອງທ່ຽວທີ່ເດີນທາງຜ່ານ ແລະຢ້ຽມຢາມ ແຂວງຊຽງຂວາງ ເພາະກ່ອນຈະເຂົ້າຕົວເມືອງຄູນ ກໍ່ຮອດວັດເພຍວັດທີ່ຕັ້ງຢູ່ທາງເຂົ້າເມືອງ, ຍ້ອນມີເອກະລັກພິເສດເພາະຢູ່ເຂດວັດນີ້ມີຊາກເສົາເກົ່າແກ່ຕັ້ງຊີ້ຟ້າໂດຍປາສະ ຈາກຫຼັງຄາຍ້ອນຖືກທຳລາຍໃນປາງສົງຄາມແຕ່ສິ່ງມະຫັດສະຈັນທີ່ສຸດແມ່ນຍັງມີພະພຸດທະຮູບອົງໃຫຍ່ຕັ້ງສະຫງ່າຢູ່.

   ອີງຈາກຂໍ້ມູນຂອງວັດໃຫ້ຮູ້ວ່າ: ວັດແຫ່ງນີ້ສ້າງຂຶ້ນກ່ອນໝູ່ໃນໝົດໃນດິນແດນຂອງເມືອງພວນ ໂດຍໄດ້ຮັບການສ້ງຂຶ້ນໃນປີ ຈສ 744 ມາຮອດປະຈຸບັນ (2020)  ມີອາຍຸໄດ້ 638 ປີ, ໂດຍເຈົ້າລ້ານ ຄຳກອງເປັນພະຍາປົກຄອງເມືອງໄດ້ນຳພາປະຊາຊົນໂດຍມີອາຈານທຳມະຄາຖາຜູ້ທີ່ເຄີຍສ້າງວັດຢູ່ ເມືອງຫຼວງພະບາງມາແລ້ວນຳ ພາສ້າງ, ຫຼັງຈາກສ້າງສຳເລັດເຈົ້າລານຄຳກອງໄດ້ອັນເຊີນພະພຸດທະຮູບອົງສັກສິດ (ພະເຈົ້າອົງຕື້) ຈາກຫົງສາວະດີ (ມຽນມາໃນປະຈຸບັນ) ມາປະດິດສັງຂອນໄວ້ຢູ່ວັດດັ່ງກ່າວ, ຊຶ່ງໃນໄລຍະສະຕະວັດທີ 19 ວັດເພຍວັດໄດ້ຖືກໂຈມຕີປຸ້ນສະດົມ ແລະ ຖືກທຳລາຍຢ່າງໜັກໜ່ວງຈາກພວກບຸກລຸກຊອກຫາວັດຖຸບູຮານມີຄ່າໃນປີ ຄ.ສ 1953 ສົງຄາມອິນດູຈີນ ຄັ້ງທີ 1 ອັນໄດ້ເຮັດໃຫ້ທັງວັດ ແລະພະພຸດທະຮູບໃຫຍ່ໄດ້ຖືກທຳລາຍ, ປີຕໍ່ມາປະຊາຊົນຈຶ່ງໄດ້ສ້າງ ແລະປົວແປງບູລະນະວັດຄືນໃໝ່ແຕ່ຕົກມາ ຮອດໄລຍະສົງຄາມອິນດູຈີນຄັ້ງທີ 2 ທັງຕຶກອາຄານ, ຮູບປັ້ນພະພຸດທະຮູບຂອງວັດໄດ້ຖືກທຳລາຍຢ່າງໜັກໜ່ວງຍັງເຫຼືອໄວ້ແຕ່ພະພຸດທະຮູບ, ເສົາຂອງສິມ ແລະຝາຈຳນວນໜຶ່ງຈົນມາຮອດເທົ່າທຸກວັນນີ້.

   ວັດເພຍວັດ ແມ່ນຕັ້ງຢູ່ໃຈກາງຂອງເມືອງຄູນ ແຂວງຊຽງຂວາງ, ຊຶ່ງແມ່ນສິລະປະ ແລະສະຖາປັດຕະຍະກຳທີ່ຖືກສ້າງຂຶ້ນມາແຕ່ບູຮານໃນເມື່ອກ່ອນມີເສົາທັງໝົດ 8 ເສົາຫຼັກທີ່ໃຊ້ຄໍ້າຊູຫຼັງຄາສິມໂດຍມີຊໍ່ດອກບົວທີ່ຕົກແຕ່ງຂ້າງເທິງ, ຊຶ່ງອັນທີ່ໂດດເດັ່ນຂອງວັດແຫ່ງນີ້ແມ່ນຮູບປັ້ນພະພຸດທະຮູບນູນສູງ, ພະອົງຕື້ນັ່ງຖານບົວ ແລະເປັນພະພຸດທະຮູບປາງມະຣະວິໄຊຮູບປັ້ນພະພຸດທະຮູບນີ້ມີຂະໜາດໃຫຍ່ແຕ່ປະຈຸບັນຍັງເຫຼືອພຽງຊາກຂອງເສົາສິມເປັນຮ່ອງຮອຍຄວາມສະງ່າງາມຂອງວັດ.

ເຖິງວ່າປະຈຸບັນວັດດັ່ງກ່າວຈະຍັງເຫຼືອໄວ້ພຽງຮ່ອງຮອຍ ແລະຊາກຫັກພັງກໍ່ຕາມແຕ່ວັດແຫ່ງນີ້ກໍ່ຍັງເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຫຼາຍຄົນກາຍໄປກາຍມາຕ້ອງໄດ້ແວ່ກາບໄຫວ້ເນື່ອງຈາກເປັນສະຖານທີ່ທາງດ້ານວັດທະນະທຳທີ່ມີຫຼາຍຮ້ອຍປີ.