ຮູ້ໄວ້ມີປະໂຫຍດວີທີການປູກຜັກຫອມປ້ອມໃນລະດູຝົນ

  ເມື່ອກ້າວເຂົ້າສູ່ລະດູຝົນມັນຈະກາຍເປັນອຸປະສັກໃຫ້ແກ່ຊາວສວນໃນການປູກພືດຜັກເກືອບທຸກຊະນິດເພາະມັນຈະເຮັດໃຫ້ຮາກເນົ່າເປື່ອຍງ່າຍຫາກບໍ່ມີການເບິ່ງແຍງເອົາໃຈໃສ່ຢ່າງຈິງຈັງໂດຍສະເພາະແມ່ນຜັກຫອມປ້ອມຈະມີຫຼາຍພະຍາດເຂົ້າມາຮຸກຮານທັງໃບ,ໃບເຫຼືອງ ແລະຮາກເນົ່າ,ດັ່ງນັ້ນໃນຄໍລໍາສາລະໜ້າຮູ້ມື້ນີ້ຈະພາທຸກທ່ານມາຮູ້ວິທີການປູກຜັກຫອມປ້ອມໃນລະດູຝົນນໍາກັນ.

  ການກະກຽມ: ຜັກຫອມປ້ອມເປັນຜັກທີ່ຮາກສັ້ນຄວນໄຖເລິກປະມານ 15-20 ຊັງຕີແມັດ ພ້ອມຕາກດິນໄວ້ປະມານ 5-7 ວັນ, ຫຼັງຈາກນັ້ນຈຶ່ງມາຄາດໃຫ້ມຸ່ນແຕ່ໃນລະດູຝົນຕ້ອງຍົກໜານຂຶ້ນປະມານ 20-30 ຊັງຕີແມັດ; ກ່ອນຫວ່ານເມັດພັນຕ້ອງແປງໜານໃຫ້ລະອຽດແລ້ວຈຶ່ງນໍາເອົາເມັດພັນໄປປູກ, ຫຼັງຈາກນັ້ນແລ້ວໂຮຍຂີ້ແກບບາງ ຫຼືຈະປົກດ້ວຍເຟືອງແຫ້ງກໍໄດ້ຫຼັງຈາກນັ້ນຄວນໃສ່ຝຸ່ນກ່ອນປູກຮອງພື້ນດ້ວຍຝຸ່ນຄອກ ຫຼືຝຸ່ນບົ່ມຫຼັງຈາກຜັກອາຍຸໄດ້ 20-25 ວັນຖ້າ ສັງເກດເຫັນຜັກບໍ່ງາມເຮົາຄວນຫົດດ້ວຍນໍ້າສະກັດຊີວະພາບແລ້ວຄວນຫົດນໍ້າຢ່າງພຽງພໍຢ່າປຽກເກີນໄປ.