ກັກຜູ້ຖືກຫາພ້ອມຂອງກາງຢາບ້າ 1.170 ເມັດ

 ຕາມການໃຫ້ຂໍ້ມູນຂອງທ່ານ ຮອ ສີສະຫວາດ ເພັດບັນດີດ ຫົວໜ້າ ປກສ ກຸ່ມບ້ານທົ່ງລາດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ກາງເດືອນສິງຫາ 2020 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີມາເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າຢູ່ເຂດບ້ານທາຫຼວງພາຍຫຼັງໄດ້ຮັບແຈ້ງຄວາມກໍ່ໄດ້ແຕ່ງອ້າຍນ້ອງລົງພິສູດແຫຼ່ງຂ່າວພ້ອມທັງສົມທົບກັບ ປກສ ກຸ່ມບ້ານສາມາດກັກຕົວທ້າວອາຕີອາຍຸ 46 ປີ ປະຊາຊົນຢູ່ບ້ານປ່າກ້ວຍເມືອງລອງແຂວງຫຼວງນໍ້າທາພ້ອມຂອງກາງຢາບ້າຈຳ ນວນ 1.170 ເມັດ ເງິນສົດ 1,43 ລ້ານກີບ ແລະລົດຈັກຍີ່ຫໍ້ຟູຢາງໜຶ່ງຄັນ.
 ຜ່ານການເອົາຄຳໃຫ້ການໃນເບື້ອງຕົ້ນທ້າວ ອາຕີ ຜູ້ຖືກຫາໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ໂດຍໄດ້ຊື້ນໍາຄູ່ຮ່ວມຂະບວນການຊື້ມາເພື່ອເອົາໄວ້ເສບ ແລະຂາຍຍ່ອຍໃຫ້ບັນດາກຸ່ມຜູ້ເສບຢູ່ເຂດບ້ານທາຫຼວງ.
  ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ປະຈຸບັນທາງ ປກສ ກຸ່ມບ້ານໄດ້ນຳຕົວທ້າວອາຕີ ພ້ອມຂອງກາງຢາບ້າ 1.170 ເມັດ, ເງິນສົດ 1,43 ລ້ານກີບ ແລະລົດຈັກຟູຢາງທີ່ຜູ້ ກ່ຽວໃຊ້ເຄື່ອນໄຫວຄ້າຂາຍຢາເສບຕິດສົ່ງໃຫ້ກອງບັນຊາການ ປກສ ເມືອງວຽງພູຄາ ເພື່ອດຳເນີນການສືບສວບ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຕື່ມອີກ.

ຂ່າວ: ສັມພອນ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ