ເອກະຊົນພວມເນລະມິດ ໜອງນໍ້າປະທານສຸພານຸວົງ ເປັນແຫຼ່ງທ່ອງທ່ຽວ

 ໜອງນໍ້າ ຫຼື ໜອງນໍ້າປະທານສຸພານຸວົງກຳລັງຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈອີກແຫ່ງຂອງແຂວງຊຽງຂວາງກໍຄື ສປປ ລາວ ພາຍຫຼັງທີ່ບໍລິສັດ ກຸ່ມຄຳໄພຊະນະຈຳກັດຜູ້ດຽວຈະພັດທະນາໜອງນໍ້າແຫ່ງນີ້ຈາກ ເມື່ອກ່ອນເປັນໜອງນໍ້າທຳມະຊາດໃຫ້ກາຍເປັນສະຖານທີ່ທ່ອງທ່ຽວສວຍງາມໃນຮູບແບບທ່ອງທ່ຽວ ທຳມະຊາດຕິດພັນກັບປະຫວັດສາດອັນຈະກາຍເປັນໃບໜ້າຕາໃໝ່ ໃຫ້ກັບແຂວງໄດ້ມີສະຖານທີ່ຮອງຮັບນັກທ່ອງທ່ຽວ, ເປັນສູນລວມຄົນຮັກມັກໃນການຍ່າງອອກກຳ ລັງກາຍເພື່ອສຸຂະພາບ, ບໍລິການ ຮ້ານອາຫານ, ທີ່ປະຊຸມ, ຂີ່ສະລິງ, ຕູບ, ຊົມວິວເບິ່ງຄວາມມະຫັດສະຈັນ ຂອງທຳມະຊາດ ແລະສູດດົມອາກາດບໍລິສຸດທີ່ສຸດຊົມຄວາມສວຍ ງາມຂອງເທສະບານເມືອງ ແລະ ອື່ນໆອີກຫຼາຍຢ່າງທີ່ໜ້າສົນໃຈ.

  ແນວຄວາມຄິດການພັດທະນາໜອງປະທານສຸພານຸວົງ ຊຶ່ງຕັ້ງ ຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ມີຄວາມເຫັນດີເປັນເອກະພາບກັນຂອງການ ນຳແຂວງຊຽນຂວາງ ໃຫ້ບໍລິສັດ ເຂົ້າໄປລົງທຶນ ແລະມີການອະນຸ ຍາດຢ່າງເປັນທາງການໃນວັນທີ 24 ມັງກອນ 2020 ເປັນຕົ້ນມາໃນຮູບແບບເຊົ່າ-ສຳປະທານເປັນ ເວລາ 30 ປີ ໂດຍການພັດທະນາໂຄງການໄດ້ແບ່ງອອກເປັນ 5 ໄລຍະຊຶ່ງໄລຍະທຳອິດແມ່ນສຳຫຼວດກວດກາປັກຫຼັກໝາຍຂອບ ເຂດເນື້ອທີ່ເຊົ່າສຳປະທານຈຳນວນ 123 ເຮັກຕາ, ກໍ່ສ້າງເສັ້ນທາງພາຍໃນຂອບເຂດເນື້ອທີ່ເຊົ່າ-ສຳປະທານ, ບຸກເບີກປັບໜ້າດິສະຖານທີ່ຈັດງານແຂ່ງຂັນຊ່ວງເຮືອ ແລະບຸນປະເພນີຕ່າງໆ, ບຸກເບີກປັບໜ້າດິນບ່ອນຈອດລົດ ແລະປັບປຸງໜອງ.

 ສ່ວນໄລຍະທີ 2 ປັບປຸງ ແລະຂະຫຍາຍປູກຕົ້ນໄມ້ໃຫ່ຍໃນຂອບເຂດສະຫງວນປ່າໄມ້, ປັບປຸງໜອງສໍາລັບລ້ຽງປາທໍາມະຊາດ, ບຸກເບີກປັບໜ້າດິນກໍ່ສ້າງສວນດອກໄມ້, ບຸກເບີກປັບໜ້າດິນກໍ່ສ້າງສວນສະໜຸກສໍາລັບເດັກນ້ອຍ, ບຸກເບີກປັບໜ້າດິນກໍ່ສ້າງບ່ອນຫຼິ້ນກີລາ ບ່ອນຍ່າງກຳລັງກາຍກາງແຈ້ງ, ດື່ມກາເຟ, ຈຸດຊົມວິວໜອງນໍ້າທີ່ມີອາກາດບໍລິສຸດ, ບຸກເບີກປັບປຸງໜ້າດິນປູກຕົ້ນໄມ້ ແລະຕົ້ນດອກໄມ້ທ້ອງຖີ່ນຕື່ມຂອບເຂດນັ່ງກິນເຂົ້າແບບທໍາມະຊາດ ແລະກາງ ເຕັ້ນນອນກາງຄືນ; ໄລຍະທີ 3 ບຸກເບີກປັບໜ້າດິນກໍ່ສ້າງຮ້ານອາ ຫານຫ້ອງຈັດງານລ້ຽງສ້າງສັນ ແລະຫ້ອງຈັດງານດອງ, ບຸກເບີກປັບໜ້າດິນກໍ່ສ້າງຮ້ານອາຫານ ແລະຈຸດຊົມວິວ; ໄລຍະທີ 4 ບຸກເບີກປັບໜ້າດິນກໍ່ສ້າງຂອບເຂດເຮືອນຈໍາລອງຂອງບັນດາຊົນເຜົ່າ ຕ່າງໆໃນແຂວງຊຽງຂວາງ ແລະ  ໄລຍະທີ 5 ບຸກ ເບີກປັບໜ້າດິນ ກໍ່ສ້າງຂອບເຂດເຮືອນພັກ ແລະຣີ ສອດ.

  ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວເມື່ອບໍ່ດົນມານີ້ວ່າ: ໜອງນໍ້າປະທານສຸພານຸວົງເປັນໜອງໜຶ່ງທີ່ມີຄວາມສວຍງານຕາມທຳມະ ຊາດມາແຕ່ດຶກດຳບັນແຕ່ຍັງບໍ່ທັນໄດ້ມີການພັດທະນາປັບປຸງໃຫ້ເປັນແຫຼ່ງທ່ອງ ທ່ຽວທີ່ໜ້າສົນໃຈຂອງສັງຄົມຜ່ານມາແມ່ນມີແລ້ວ 5 ບໍລິສັດທັງໃນ ແລະຕ່າງປະເທດທີ່ຢາກພັດທະນາແຕ່ກໍບໍ່ເກີດສະນັ້ນບໍລິສັດກຸ່ມຄຳໄພຊະນະຈຳກັດຜູ້ດຽວແມ່ນເປັນບໍລິສັດທີ 6 ແລະເປັນບໍລິສັດຄົນລາວ ສາຍເລືອດຊາວຊຽງຂວາງ 100% ຊຶ່ງເຂົ້າມາເພື່ອພັດທະນາປັບປຸງ ບໍລິເວນໜອງນໍ້າສະເດັດເຈົ້າສຸພານຸວົງໃຫ້ກາຍເປັນສວນອຸດທິຍານສະເດັດສຸພານຸວົງ ແລະສະຖານທີ່ ທ່ອງທ່ຽວຄົບວົງຈອນແບບທຳມະຊາດຕິດພັນກັບປະຫວັດສາດທີ່ໜ້າປະທັບໃຈໂດຍສະເພາະແມ່ນຄົນພາຍໃນ ແລະຕ່າງປະເທດຈະໄດ້ມາສຳຜັດທ່ຽວຊົມເພື່ອໃຫ້ເປັນບ່ອນໜຶ່ງທີ່ສ້າງໃຫ້ບຸກຄະລາກອນກໍ່ຄືຄົນພາຍໃນແຂວງຊຽງຂວາງ ໄດ້ປະກອບອາຊີບ, ມີວຽກເຮັດ ງານທຳເພື່ອແກ້ໄຂຊີວິດການເປັນ ຢູ່ພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

 ດ້ານທ່ານ ຄຳໄພ ສົມຊະນະກ່າວວ່າ: ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າຊຽງຂວາງ ກໍເປັນອີກໜຶ່ງແຂວງວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດ ແລະມີຮ່ອງຮອຍ ສຳຄັນທາງປະຫວັດສາດຂອງຊາດນັບຈາກປະເທດຊາດໄດ້ຮັບການປົດປ່ອຍຊຽງຂວາງ ກໍໄດ້ທ່າແຮງຫຼາຍດ້ານໃນການພັດທະນາໂດຍສະເພາະແມ່ນດ້ານການ ທ່ອງທ່ຽວດັ່ງນັ້ນບໍລິສັດຂອງຂ້າພະເຈົ້າ ຈຶ່ງມີແນວຄວາມຄິດພັດທະນາໜອງນໍ້າ (ໜອງນໍ້າປະທານ ສຸພານຸວົງ) ຊຶ່ງເປັນໜອງທີ່ມີຮ່ອງ ຮອຍທາງປະຫວັດສາດໃຫ້ກາຍ ເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈອີກແຫ່ງຂອງແຂວງຊຽງ ຂວງກໍຄືຂອງ ສປປ ລາວ ທີ່ຢູ່ກາງ ເທດສະບານແຂວງໃຫ້ກາຍເປັນສູນກາງຮອງຮັບການທ່ອງທ່ຽວ ພາຍໃນແຂວງ ແລະບັນດາແຂວງ ໃກ້ຄຽງ.

  ທັງນີ້ທ່ານຍັງກ່າວສະແດງ ຄວາມພາກພູມໃຈ ແລະຊາບຊຶ້ງ ເປັນຢ່າງຍິ່ງທີ່ຕົ້ນເອງເກີດຈາກ ຄອບຄົວທຸກຍາກຊາວໄຮ່ຊາວ ສວນຢູ່ເຂດຫ່າງໄກສອກຫຼີກຫຼັງ ເຕີບໃຫຍ່ມີຊີວິດ ແລະດຳເນີນທຸລະກິດໄດ້ຮັບໝາກຜົນຄວາມສຳເລັດ ກໍໄດ້ກັບຄືນມາພັດທະນາແຂວງ ຊຽງຂວາງ ຊຶ່ງເປັນຖິ່ນຖານບ້ານເກີດຂອງຂ້າພະເຈົ້າເອງ ແລະມີ ຄວາມເຕັມປ່ຽມເພື່ອໃຫ້ໂຄງການໄດ້ຮັບການພັດທະນາແຕ່ຕ້ອງໄດ້ ໃຊ້ເວລາ, ໂຄງການນີ້ຖ້າຫາກສ້າງ ສຳເລັດແມ່ນຈະສ້າງຜົນປະໂຫຍດຢ່າງມະຫາສານໃຫ້ກັບຊາວແຂວງ ຊຽງຂວາງຈະໄດ້ມີສະຖານທີ່ທ່ອງ ທ່ຽວທີ່ໄດ້ມາດຕະຖານເປັນການສ້າງວຽກເຮັດງານທຳຈຳນວນ ຫຼາຍໃຫ້ແກ່ປະຊາຊົນ ໂດຍຄວາມຄືບໜ້າຂອງໂຄງການດັ່ງກ່າວ ຮອດເວລານີ້ແມ່ນໄດ້ມີການບຸກ ເບີກພື້ນທີ່ໄປແລ້ວ ໂດຍສະເພາະເສັ້ນທາງອ້ອມໜອງຈະພັດ ທະນາເປັນທາງປູຢາງ, ປູກຕົ້ນໄມ້ມີຄ່າ ແລະມຸງຄຸນອ້ອມໜອງຈຳນວນ 1.111 ຕົ້ນ ແລະປ່ອຍປາແລ້ວຈຳນວນ 111.111 ໂຕ, ຊຶ່ງແຜນໃນຕໍ່ໜ້າບໍລິສັດຈະທະຍອຍພັດທະນາ ເປັນໄປແຕ່ໄລຍະທີ່ທາງໂຄງການໄດ້ວາງເອົາໄວ້ໃນເບື້ອງຕົ້ນ.

 ແນວໃດກໍດີໂຄງການນີ້ ໂດຍລວມແລ້ວຖືວ່າໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບຫນ້າເປັນໄປຕາມແຜນການທີ່ວາງໄວ້ທັງນີ້ກໍຍ້ອນວ່າພໍ່ແມ່ປະຊາຊົນໃນເຂດອ້ອມແອ້ມໃກ້ຄຽງໃຫ້ການໄມ້ຮ່ວມມືປະກອບກັບອົງການປົກຄອງທ້ອງຖີ່ນນັບແຕ່ຂັ້ນບ້ານ,ເມືອງເວົ້າສະເພາະການນຳແຂວງ ໄດ້ໃຫ້ຄວາມສຳຄັນເອົາໃຈໃສ່ເອື້ອອຳນວຍຄວາມສະດວກແກ້ໄຂສີ່ງກີດຂວາງທີ່ຖ່ວງດຶງໃນດ້ານຕ່າງໆເປັນການພິເສດຊຶ່ງຫຼາຍໆ ຂະແໜງການຕ່າງໆທົ່ວປະເທດ ຫຼື ແຂວງໃດທີເດັ່ນມີການລົງ ທຶນຫຼາຍ ກໍຄວນຈະມີການສຶກສາ ແລະຖອນຖອດບົດຮຽນນຳແຂວງນັ້ນໆ ໂດຍ ສະເພາະແມ່ນແບບແຜນວິທີການດຶງດູດຈິິດໃຈບັນດານັກທຸລະກິດທີີມີຄວາມພ້ອມຜູ້ອື່ນໆຈົ່ງຖືການ ເອົາໃຈໃສ່ໃຫ້ຄວາມສຳຄັນໃນການ ເອື້ອອຳນວຍຄວາມສະດວກຕໍ່ນັກທຸລະກິດເປັນວຽກພິເສດໃນເມື່ອນັກທຸລະກິດສົນໃຈຢາກໄປລົງທຶນກໍຄວນໃຫ້ຄວາມສຳຄັນ ແລະໃຫ້ຄວາມອົາໃຈໃສ່ຊື່ງກັນ ແລະກັນເຮັດແນວໃດເພື່ອໃຫ້ໂຄງການເກີດຂຶ້ນໄວຕາມຄວາມມຸ່ງມາດປາດຖະໜາຂອງນັກທຸລະກິດເພື່ອປະກອບສ່ວນຕອບສະໜອງວິໄສທັດພັດທະນາປະເທດຊາດຂອງພັກ ແລະລັດຖະບານເພາະອາໄສພຽງແຕ່ນັກທຸລະ ກິດໂດຍລຳພັງໂຄງການພັດທະນາຕ່າງໆກໍຄົງເກີດຂຶ້ນໄດ້ ຍາກ.

 ສຳລັບບໍລິສັດກຸ່ມຄຳໄພຊະນະໃນຕໍ່ໜ້າແມ່ນມີວິໄສທັດຈະໄປລົງທຶນໃຫ້ໄດ້ຄົບທຸກແຂວງໃນລາວ ສະນັ້ນຢູ່ແຂວງໃດທີ່ມີການສຶກສາສຳຫຼວດໂຄງການຂອງບໍລິສັດຂໍໃຫ້ຫມັ້ນໃຈ ແລະເຊື່ອໝັ້ນເພາະບໍລິສັດມີຄວາມພ້ອມດ້ານວິຊາການ ແລະທຶນຮອນໃນການພັດທະນາແຕ່ຂໍໃຫ້ການນຳທຸກຂັ້ນໃນແຂວງ ເອົາໃສ່ເອື້ອອຳນວຍຊ່ວຍແກ້ໄຂສິ່ງກີດຂວງຖ່ວງດຶງຕ່າງໆຮ່ວມກັນເພື່ອໃຫ້ໂຄງການເກີດໄວຂຶ້ນທີ່ສຸດ.

--------

ໜັງສືພິມເສດຖະກິດ-ສັງຄົມ