ຕາດຕະແລ ແຫຼ່ງທ່ອງທ່ຽວສວຍງາມຂອງເມືອງຮຸນ

  ຫຼາຍໆບົດທີ່ຜ່ານມາໄດ້ນໍ້າສະເໜີແລ້ວກ່ຽວກັບສະຖານທີ່ທ່ອງທ່ຽວທີ່ພວມໄດ້ຮັບຄວາມນິຍົມເພື່ອຜ່ອນຄາຍຄວາມຮ້ອນຈາກອາກາກທີ່ອົບເອົ້າ, ໃນບົດນີ້ກໍຍັງສືບຕໍ່ນຳເອົາສະຖານທີ່ທ່ອງທ່ຽວທີ່ເໝາະແກ່ການລົງຫຼິ້ນນໍ້າສຳຜັດກັບບັນຍາກາດພູຜາປ່າດົງຊຶ່ງກໍບໍ່ໄກຈາກເທສະບານເມືອງຮຸນພໍປານໃດ ແລະ ກໍຢູ່ໃນເຂດບ້ານຕະແລນັ້ນກໍຄືຕາດຕະແລສະຖານທີ່ທ່ອງທ່ຽວແຫ່ງນີ້ມີນັກທ່ອງທ່ຽວຈຳນວນຫຼາຍຢູ່ເຂດເມືອງຮຸນ ແລະເຂດໃກ້ຄຽງໃຫ້ຄວາມສົນໃຈ.

 ຕາດຕະແລ ເປັນນໍ້າຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດຊຶ່ງອ້ອມຮອບດ້ວຍປ່າດົງດິບ ແລະປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່,ນ້ອຍທີ່ມີໃບດົກໜາຂຽວງາມ ແລະເຕັມໄປດ້ວຍນົກນາໆຊະນິດ, ນໍ້າຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່,ຕາດນ້ອຍຢັ່ງຢາຍໄປຕາມສາຍນໍ້າຕະ ແລະຍາວປະມານ 600 ກວ່າແມັດ, ຕາດຕະແລຕັ້ງຢູ່ບ້ານຕະແລ, ຫ່າງຈາກເທສະບານເມືອງຮຸນປະມານ 20 ກວ່າກິໂລແມັດ.

  ນໍ້າຕົກຕາດຕະແລແຫ່ງນີ້ມີຕຳນານເລົ່າຂານປາກຕໍ່ປາກສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າທ້າວພັກໄດ້ລົງໄປຫຼິ້ນບຸນຢູ່ຫຼວງພະບາງ, ໄປເຫັນສາວເງືອກຜູ້ໜຶ່ງຊື່ວ່ານາງຄຳຜີວທີ່ອາໄສຢູ່ນໍ້າຄານທ້າວພັກເກີດມີຄວາມຮັກມັກກັບນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວມານຳ, ຕໍ່ຈາກນັ້ນມາມີບ່າວເງືອກຄົນໜຶ່ງທີ່ຢູ່ຫຼວງພະບາງ ທີ່ເຄີຍຮັກມັກກັບນາງຄຳຜິວມາກ່ອນໜ້ານີ້ໄດ້ນຳມາເອົານາງຄຳຜິວຄືນ ແລະເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກກໍ່ໄດ້ສ້າງດ່ານຕ້ານກັນໄວ້ເປັນຈຸດໆຢູ່ທີ່ນໍ້າຕະແລ ແລະດ່ານດັ່ງກ່າວກໍ່ກາຍໄປຕາດຕະແລໃນປະຈຸບັນ.