ເສດຖະກິດ-ສັງຄົມແຂວງໄຊຍະບູລີສືບຕໍ່ຂະຫຍາຍຕົວ

  ສ້າງເສດຖະກິດແຫ່ງຊາດໃຫ້ເຕີບໂຕຢ່າງແຂງແຮງຕໍ່ເນື່ອງຕາມທິດພັດທະນາແບບຍືນຍົງມີຄວາມກົມກຽວກັບສັງຄົມແລະສິ່ງແວດລ້ອມ, ຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະໝັ້ນທ່ຽງ, ສຳລັບປີ 2020 ນີ້ເປັນປີທີ່ສະພາບການຂອງໂລກໂດຍສະເພາະສະພາບລວມຂອງທົ່ວປະເທດກໍຄືພາຍໃນແຂວງໄຊຍະບູລີ ສືບຕໍ່ພົບຄວາມຫຍຸ້ງຍາກໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດ ຫຼືພະຍາດໂຄວິດ-19 (Covid- 19), ຜົນກະທົບຈາກໄພແຫ້ງ ແລ້ງ, ລົມພາຍຸ, ການລະບາດຂອງພະຍາດໄຂ້ຍຸງລາຍ, ບົ້ງຝູງທໍາລາຍເຄື່ອງປູກຂອງຝັງຂອງປະຊາຊົນ, ການລະບາດຂອງພະຍາດປາກເປື່ອຍລົງເລັບແບ້, ງົວ, ຄວາຍ ແລະອື່ນໆ, ແຕ່ເສດຖະກິດ 6 ເດືອນຕົ້ນປີຂອງແຂວງໄຊຍະບູລີຍັງສືບຕໍ່ຂະຫຍາຍຕົວ.

   ສະຫາຍ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄດ້ລາຍງານຕໍ່ກອງປະຊຸມສ່ອງແສງພັກຮ່ວມ 4 ແຂວງພາກເໜືອທີ່ຈັດຂຶ້ນຢູ່ ແຂວງໄຊຍະບູລີເມື່ອທ້າຍເດືອນທີ່ຜ່ານມາຊຶ່ງຂໍ້ມູນໄດ້ເຜີຍໃຫ້ເຫັນວ່າແຂວງໄດ້ສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກຕາມມະຕິ03, ມະຕິ 25/ກມສພ ແລະຄໍາສັ່ງເລກທີ 34/ນຍ ແນໃສ່ປະຕິບັດບັນດາຄາດໝາຍດ້ານຕ່າງໆວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ, ກໍຄືຄາດໝາຍມະຕິຂອງຄະນະພັກຂັ້ນຮາກຖານບ້ານ, ເມືອງວາງອອກໃຫ້ບັນລຸຜົນສໍາເລັດສະແດງອອກການຈັດເກັບລາຍຮັບຂອງແຜນການ 6 ເດືອນຕົ້ນປີເຂົ້າງົບປະມານປະຕິບັດໄດ້ 546,11 ຕື້ກີບ ໃນນັ້ນລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 106,09 ຕື້ກີບ ເທົ່າກັບ 41,52%ຂອງແຜນປີ,ລາຍຮັບພູດສູນກາງປະຕິບັດໄດ້ 440 ຕື້ກີບເທົ່າກັບ 55,5% ຂອງແຜນປີ,ດ້ານລາຍຈ່າຍປະຕິບັດໄດ້ 238,98 ຕື້ກີບ ເທົ່າກັບ 76,72% ຂອງແຜນການ 6 ເດືອນຕົ້ນປີ ຫຼືເທົ່າກັບ 44,37% ຂອງແຜນການປີ,ການນໍາເຂົ້າ-ສົ່ງອອກສິນຄ້າເປັນຕົ້ນສົ່ງອອກສິນຄ້າໄດ້ທັງໝົດ 24,2 ລ້ານໂດລາທຽບໃສ່ມະຕິຂອງສະພາປະຕິບັດໄດ້ 56,67%, ມູນຄ່າການນໍາເຂົ້າປະຕິບັດໄດ້ 7,9 ລ້ານໂດລາ, ທຽບໃສ່ມະຕິຂອງສະພາປະຕິບັດໄດ້ 32,64% ຕົ້ນຕໍແມ່ນ ໄດ້ສຸມໃສ່ປັບປຸງແຜນແມ່ບົດທີ່ດິນ ຂັ້ນແຂວງສໍາເລັດ 66%,ຈັດສັນຄຸ້ມຄອງທີ່ດິນກະສິກໍາແບບມີສ່ວນຮ່ວມຂັ້ນບ້ານໄດ້ 8 ບ້ານ,ຂຶ້ນທະບຽນອອກໃບຕາດິນໄດ້ທັງໝົດ 4.145 ຕອນທຽບໃສ່ມະຕິສະພາປະຕິບັດ 69%, ສໍາເລັດການເກັບກໍາຂໍ້ມູນສ້າງແຜນທີ່ເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງເພື່ອເປັນບ່ອນອີງໃຫ້ແກ່ການຈົດທະບຽນທີ່ດິນສໍາເລັດ 11 ເມືອງໃນທົ່ວແຂວງ.

  ສໍາລັບການລົງທຶນຂອງລັດໃນປີ 2020 ແຂວງໄຊຍະບູລີໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 362 ໂຄງການມູນຄ່າ 34,16 ຕື້ກີບ, ທັງໝົດແມ່ນໂຄງ ການຊໍາລະໜີ້ ແລະໂຄງການສືບຕໍ່, ມາຮອດປະຈຸບັນຊໍາລະສະສາງໄປແລ້ວໄດ້ 215 ໂຄງການ ມູນຄ່າ 25,18 ຕື້ກີບ ເທົ່າກັບ 73,7% ຂອງທຶນອະນຸມັດທັງໝົດ, ທຶນຊ່ວຍເຫຼືອລ້າ ແລະທຶນກູ້ຢືມສາມາດປະຕິບັດໄດ້ທັງໝົດ 29 ໂຄງການມູນຄ່າ 15,66 ລ້ານໂດລາ, ເທົ່າກັບ 87% ຂອງແຜນປີ, ໃນນັ້ນໂຄງການກູ້ຢືມ 7 ໂຄງ ການມູນຄ່າ 13,48 ລ້ານ ໂດລາ, ໂຄງການຊ່ວຍເຫຼືອລ້າ 22 ໂຄງການມູນຄ່າ 1,02 ລ້ານໂດ ລາສະຫະລັດ ແລະທຶນພາຍໃນ 1,15 ລ້ານໂດລາສະຫະລັດ, ການ ພັດທະນາພື້ນຖານໂຄງລ່າງແມ່ນໄດ້ຮັບການປັບປຸງຍົກລະດັບດີຂຶ້ນເທື່ອລະກ້າວເປັນຕົ້ນແມ່ນມີເສັ້ນທາງຫຼວງແຫ່ງຊາດສາມາດເຊື່ອມຈອດກັບຣາຊະອານາຈັກໄທ, ບັນ ດາແຂວງພາກເໜືອ ແລະອອກສູ່ ສສ ຫວຽດນາມ ແລະສປຈີນ, ແຕ່ລະບ້ານໄດ້ມີເສັ້ນທາງເຂົ້າເຖິງບ້ານ 100%,ມີດ່ານສາກົນ 4 ດ່ານ,ພ້ອມນັ້ນກໍ່ໄດ້ຕິດຕາມ, ຊຸກ ຍູ້ໂຄງການຂະໜາດໃຫຍ່ຂອງສູນກາງຢູ່ທ້ອງຖິ່ນເຊັ່ນ: ໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຢູ່ເມືອງຫົງສາມີກໍາລັງຕິດຕັ້ງ 1.878 ເມກາວັດ, ໂຄງການກໍ່ ສ້າງເຂື່ອນໄຟຟ້ານໍ້າຂອງມີກໍາລັງຕິດຕັ້ງ 1.285 ເມກາວັດ ປະຈຸບັນກໍ່ສ້າງສໍາເລັດ 100% ສ່ວນໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຮຸ່ງ I ສໍາເລັດ 73, 14%, ຂະຫຍາຍຕາຂ່າຍໄຟຟ້າໄປສູ່ຊົນນະບົດເພີ່ມຂຶ້ນ 1 ບ້ານ ມີ 67 ຄອບຄົວ, ເຮັດໃຫ້ທົ່ວແຂວງມີບ້ານທີ່ໃຊ້ໄຟຟ້າຖາວອນກວມ 427 ບ້ານເທົ່າ 98,84% ຂອງບ້ານທັງໝົດ, ອັດຕາການຊົມໃຊ້ນໍ້າສະອາດກວມ 85%.

  ການຜະລິດກະສິກຳເຂົ້ານາແຊງໄດ້ 9.542,18 ໂຕນ ໃນເນື້ອທີ່ 2.308,14 ເຮັກຕາ, ປະຈຸບັນສາມາດປັກດໍາເຂົ້ານາປີໄດ້ 78% ຂອງເນື້ອທີ່ທັງໝົດ, ປູກເຂົ້າໄຮ່ໄດ້ 11.053 ເຮັກຕາ, ປັດໄຈພົ້ນເດັ່ນແມ່ນການລົງທຶນຂອງນັກທຸລະກິດຄົນຈີນລົງທຶນເຂົ້າໃນການປູກຖົ່ວເຫຼືອງ, ໝາກໂມ, ໝາກກ້ວຍໄມ້ໃຫ້ໝາກເພື່ອສົ່ງ ອອກ, ມີເນື້ອທີ່ທັງໝົດ 2.819 ເຮັກຕາ, ພ້ອມນັ້ນຍັງມີບໍລິສັດຢູ່ພາຍໃນທີ່ລົງທຶນເຂົ້າໃນການປູກຖົ່ວດິນ, ຖົ່ວດໍາ ແລະຖົ່ວແດງເນື້ອ ທີ່ທັງໝົດ 13.809 ເຮັກຕາ, ສ່ວນການສັດລ້ຽງປະເພດງົວ, ຄວາຍ,ໝູ,ແບ້, ທັງໝົດ 4,4 ລ້ານກວ່າ ໂຕ, ສາມາດສະໜອງຊີ້ນ, ໄຂ່ ແລະປາໄດ້ທັງໝົດ 9.802 ໂຕນ, ທຽບໃສ່ມະຕິຂອງສະພາ ເທົ່າກັບ 47,5%, ສະເລ່ຍໃສ່ຫົວຄົນ 24,72 ກິໂລຕໍ່ຄົນ.

 ນອກນັ້ນແມ່ນຂະແໜງການສຶກສາ, ສາທາລະນະສຸກໄດ້ຮັບການປັບປຸງຍົກລະດັບຄຸນນະພາບການຮຽນ-ການສອນຂອງຄູ, ນໍ້າໃຈບໍລິການຮັບໃຊ້ຂອງພະນັກງານແພດໝໍຢູ່ໂຮງໝໍ ແລະສຸກສາລາສູນບໍລິການຕ່າງໆ ສູງຂຶ້ນກວ່າເກົ່າພ້ອມທັງເຝົ້າລະວັງ ແລະສະກັດກັ້ນປ້ອງກັນການແຜ່ລະບາດຕາມລະດູການໄດ້ປະກອບອຸປະກອນການຮຽນ, ການສອນ ແລະອຸປະກອນການແພດທີ່ທັນສະໄໝເພີ່ມໃຫ້ບ່ອນທີ່ມີຄວາມຈໍາເປັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຄາດໝາຍດ້ານການພັດທະນາແບບຍືນ ຍົງເປັນຮູບປະທໍາຕົວຈິງຫຼາຍຂຶ້ນ ແລະ ບັນລຸຄາດໝາຍວາງໄວ້ຈໍານວນໜຶ່ງ, ສ້າງຄອບຄົວ ແລະ ບ້ານວັດທະນະທໍາໄດ້381 ບ້ານ, ກວມເອົາ 84,25%, ສ້າງຄອບ ຄົວວັດທະນະທໍາໄດ້ 66.992 ຄອບຄົວ, ກວມເອົາ 85,34% ຂອງຄອບຄົວທັງໝົດ, ວັດທະນະທໍາ ແລະຮີດຄອງປະເພນີອັນດີງາມທີ່ເປັນເອກະລັກໄດ້ຮັບການປັບ ປຸງ ແລະເສີມຂະຫຍາຍໃຫ້ດີຂຶ້ນຕິດພັນກັບກິດຈະກໍາທ່ອງທ່ຽວທີ່ເປັນມູນເຊື້ອ.

  ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກພວມສືບຕໍ່ຕິດຕາມປະເມີນຜົນຄວາມທຸກຍາກຕາມດໍາລັດສະບັບເລກທີ 348/ລບ, ມາຮອດປະຈຸບັນທົ່ວ ແຂວງມີ 430 ບ້ານ, ບ້ານບໍ່ພົ້ນ ທຸກ 71 ບ້ານ, ຄອບຄົວບໍ່ທັນພົ້ນ ທຸກ 6.164 ຄອບຄົວ, ເທົ່າກັບ 7,8% ຂອງຄອບທັງໝົດ, ມີ ຄອບຄົວພັດທະນາ 62.195 ຄອບຄົວ, ໃນໄລຍະ 6 ເດືອນຜ່ານມາໄດ້ຮັບຮອງເປັນບ້ານພັດທະນາ 63 ບ້ານ, ເມືອງບໍ່ພົ້ນທຸກມີ 5 ເມືອງຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງໄຊ , ເມືອງໄຊສະຖານ ແລະເມືອງບໍ່ແຕນ.

  ທັງໝົດນັ້ນແມ່ນໄດ້ເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຄາດວ່າໝົດປີ 2020 ນີ້ຈະບັນລຸ 4,8% ໂດຍຂະແໜງກະສິກຳບັນລຸ 2,1%, ຂະແໜງ ອຸດສາຫະກໍາບັນລຸ 8,4%, ຂະແໜງບໍລິການ 3,4%, ລວມຍອດມູນຄ່າຜະລິດຕະພັນພາຍໃນບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 3.031 ໂດລາສະຫະລັດ.

---------------

ໂດຍ: . ເຊ່ຍຢີ້ງຢ່າງ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ