ປະໂຫຍດດີໆຂອງເຄືອເຂືອງຄຳ

  ເຄືອເຂືອງຄຳເປັນພືດຈໍາພວກກາຝາກທີ່ຂຶ້ນເກາະພັນ ແລະດູດທາດອາຫານຈາກຕົ້ນໄມ້ອື່ນ, ລໍາຕົ້ນເປັນເສັ້ນກົມອ່ອນແຕກກິ່ງກ້ານສາຂາຫຼາຍເປັນເສັ້ນຍາວ, ມີສີເຫຼືອງທອງຍາວປະມານ 100 ຊົ່ວໂມງ ແລະມີຂະໝາດເສັ້ນຜ່ານສູນກາງບໍ່ເກີນ 1 ຊົ່ວໂມງ, ໃບເປັນເກັດຂະໝາດນ້ອຍໆເປັນຮູບສາມຫຼ່ຽມ, ມີຈໍານວນຫຼາຍ, ດອກອອກເປັນຊໍ່ສີຂາວມີກິ່ນຫອມຕອນເຊົ້າ,ດອກຍ່ອຍບໍ່ມີກ້ານ,ກາບດອກນ້ອຍກົມ, ສີຂາວ, ອວບນໍ້າ, ໂຄນເຊື່ອມຕິດກັນ, ປາຍແຍກ 5 ແສກ,ຍາວປະມານ 0.25-0.3 ຊົ່ວໂມງ, ກີບດອກສີຂາວ, ອວບນໍ້າ, ໂຄນເຊື່ອມຕິດກັນ, ຮູບຖ້ວຍຍາວປະມານ 0.2 ຊົ່ວໂມງ.

ຍອດອ່ອນນໍາມາລວກ,ຕົ້ມ ຫຼືກິນເປັນຜັກສົດກັບນໍ້າແຈ່ວໄດ້, ນອກນັ້ນຍັງສາມາດນໍາມາຍໍາໃສ່ໝາກເຂືອ ຫຼືນໍາມາຊຸບແປ້ງທອດກິນກັບນໍ້າແຈ່ວກະປິກໍໄດ້ເຊັ່ນດຽວກັນ, ສ່ວນເຄືອ ຫຼືຍອດຂອງມັນສາມາດຊ່ວຍແກ້ຮ້ອນໃນ, ຊ່ວຍຂັບນໍ້າເລືອດ, ແກ້ກະຫາຍນໍ້າ, ຂັບປັດສະວະ, ໄອເປັນເລືອດ, ບໍາລຸງຕັບ, ໝາກໄຂ່ຫຼັງ, ບໍາລຸງສາຍຕາ, ແກ້ປວດແອວ, ຂາ, ແກ້ກະຫາຍ, ຂັບລົມ ແລະຊ່ວຍຮັກສາແຜນຊໍ້າເຮືອ, ຖ່າຍເປັນເລືອດ.

 -----------

ຮຽບຮຽງໂດຍ: ຟ້າ