ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

  ແຂວງຊຽງຂວາງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ 1 ປີ (ເດືອນກໍລະກົດ 2019-ກໍລະກົດ 2020) ແລະທິດ ທາງແຜນການປີ 2021 ຂຶ້ນໃນວັນທີ 26 ສິງຫາ 2020 ຢູ່ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ບຸນຕົ້ນ ຈັນທະພອນ ເລຂາບໍລິຫານງານພັກແຂວງເຈົ້າແຂວງໆຊຽງຂວາງມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຫົວໜ້າຮອງຫົວໜ້າພະແນກການ, ກອງບັນຊາການອົງການຈັດຕັ້ງເຂົ້າ ຮ່ວມ.

   ທ່ານ ບຸນຈັນ ສີວົງພັນ ຮອງເຈົ້າແຂວງໆຊຽງຂວາງກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ1 ປີຜ່ານມາ ແລະ ທິດທາງແຜນການປີ 2021 ຊຶ່ງໄດ້ ຍົກໃຫ້ເຫັນມີຫຼາຍວຽກງານທີ່ສຳເລັດ ແລະພົ້ນເດັ່ນຊຶ່ງທ່ານໄດ້ກ່າວວ່າ: ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງທັງໝົດ 107 ທ່ານ, ໃນນີ້ມີພະນັກງານຂອງກະຊວງປ້ອງກັນປະເທດກອງປະຕິບັດງານ 206 ຈຳນວນ 28 ທ່ານ,ພະນັກງານກອງປະຕິບັດງານ 210 ຈຳນວນ 16 ທ່ານ, ມີພະນັກງານຂອງແຂວງ 11 ທ່ານ, ພະນັກງານເມືອງ 19 ທ່ານ, ໂດຍໄດ້ຮັບການຝຶກອົບຮົມກ່ອນລົງຮາກຖານພະນັກງານຂອງແຂວງໄດ້ລົງຢູ່ 3 ເມືອງຄື: ເມືອງໝອກ, ເມືອງຜາໄຊ ແລະເມືອງພູກູດ ເມືອງອື່ນໆ ແມ່ນໃຫ້ເມືອງກຸ້ມຕົນເອງທາງດ້ານງົບປະມານ ແລະພະນັກງານ, ໄດ້ຊ່ວຍເຫຼືອດ້ານເຕັກນິກວິທະຍາສາດໃນການຜະລິດເປັນສິນຄ້າ,ປັບປຸງແບບແຜນວິທີເຮັດວຽກ,ຊີ້ນຳ-ນຳພາການເຮັດວຽກຂັ້ນບ້ານ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າຊັ້ນຄົນ, ຊອກຫາທາງອອກເພື່ອແກ້ໄຂຄວາມທຸກຍາກ, ສ້າງບ້ານພັດທະນາ, ເຮັດໃຫ້ຮາກຖານກໍ່ຄືແຂວງມີຄວາມສະຫງົບດີ.

  ໃນກອງປະຊຸມບັນດາຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດເຫັນເພື່ອເຮັດໃຫ້ການລົງກໍ່ສ້າງຮາກຖານການເມືອງໃນຕໍ່ໜ້າມີຜົນສຳເລັດສູງທ່ານເຈົ້າແຂວງໆ ຊຽງຂວາງໄດ້ເນັ້ນໜັກໃຫ້ການລົງກໍ່ສ້າງຮາກຖານການເມືອງຕິດພັນກັບການແກ້ໄຂຄວາມທຸກຍາກຄັດຈ້ອນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງເນັ້ນຄຸນນະ ພາບ, ການປະສານງານ, ຊີ້ນຳ-ນຳພາ, ກຳຈຸດພິເສດຂອງບ້ານໃຫ້ໄດ້ດີ,ຄວາມຫຍຸ້ງຍາກທ່າແຮງຂອງບ້ານ, ຄວາມອາດສາມາດເຂົ້າຫາແຫຼ່ງທຶນ, ສຶກສາອົບຮົມການເມືອງແນວຄິດ, ຍົກສູງສະຕິລະວັງຕົວຕ້ານກົນອຸບາຍຂອງກຸ່ມຄົນບໍ່ຫວັງດີຖືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຫຼັກພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປາກົດຜົນເປັນຈິງ.

----------------

ໂດຍ: ບຸນມີ ແສງທຸມມີ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ