ຫວຽດນາມ-ອິນເດຍຮ່ວມມືດ້ານການຄ້າ

  ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ SubrahmanyamJaishankar ລັດຖະມົນຕີກະຊວງການຕ່າງປະເທດອິນເດຍໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມລະຫວ່າງຫວຽດນາມ-ອິນເດຍກ່ຽວກັບການຮ່ວມມືດ້ານເສດ ຖະກິດ, ການຄ້າ, ວິທະຍາສາດ ແລະເຕັກໂນໂລຊີຕາມຮູບແບບທາງອອນລາຍ.

   ຕາມຂ່າວສານຫວຽດນາມລາຍງານວ່າທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ເປັນເສົາຄໍ້າ ແລະມີປະສິດທິຜົນຂອງການພົວພັນສອງຝ່າຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ສະເໜີໃຫ້ສອງຝ່າຍມານະພະຍາຍາມຮັກສາທ່າພັດທະນາຮ່ວມມືດ້ານການຄ້າ, ສູ້ຊົນນຳວົງເງິນສອງສົ້ນໃຫ້ບັນລຸໄດ້ 15 ຕື້ໂດລາສະຫະລັດ ໃນໄວໆນີ້, ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນການຄ້າໂດຍໄວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮຽກຮ້ອງໃຫ້ມີການລົງທຶນໃນບັນດາຂົງເຂດທີ່ອິນ ເດຍມີທ່າແຮງ ແລະຫວຽດນາມໃຫ້ບຸລິມະສິດພັດທະນາຄືເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານ, ພື້ນຖານໂຄງລ່າງ, ກະສິກຳທີ່ມີຄຸນນະພາບສູງ.

 ສ່ວນທ່ານ Subrahmanyam Jaishankar ໄດ້ຕີລາຄາສູງຕໍ່ບົດບາດປະສານງານຂອງຫວຽດນາມໃນການພົວພັນລະຫວ່າງອາຊຽນ-ອິນເດຍໄລຍະ 2015–2018, ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນ, ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບຄຳຕັດສິນຂອງສານສຳລັບບັນດາກົນໄກແກ້ໄຂການຂັດແຍ້ງກັນຂອງ UNCLOS.