ຈີນກຽມເປີດຂົວຂ້າມທະເລຍາວທີ່ສຸດໃນໂລກ

  ສປ ຈີນ ກຽມເປີດຂົວຂ້າມທະເລຍາວທີ່ສຸດໃນໂລກມີຄວາມຍາວ 88,4 ກິໂລແມັດ ໂດຍຈະເປີດນໍາໃຊ້ພາຍໃນທ້າຍປີ 2020. ຕາມຂ່າວຕ່າງປະເທດລາຍງານວ່າຈີນກຽມເປີດຂົວຂ້າມທະເລຍາວທີ່ສຸດໃນໂລກທ້າຍປີນີ້ມີຄວາມຍາວ 88,4 ກິໂລແມັດ ເພື່ອເປີດນຳໃຊ້ເປັນຂົວລົດແລ່ນ ແລະຂົວລົດໄຟເດີນທາງຂ້າມຊ່ອງແຄບຜີງຖານຢູ່ລະຫວ່າງການທົດລອງກຳລັງຮັບນໍ້າໜັກຂອງເສົາເຂັມໂດຍຂົວແຫ່ງນີ້ເປັນສ່ວນສຳຄັນຂອງທາງລົດໄຟຝູໂຈວ-ຜີງຖານໃນມົນທົນຝູ້ຈຽນທາງຕາເວັນອອກຂອງຈີນ.

  ເມື່ອສ້າງສຳເລັດຂົວແຫ່ງນີ້ຈະມີຄວາມຍາວທີ່ສຸດໃນໂລກ ແລະຊ່ວຍຫຼຸດໄລຍະເວລາເດີນທາງເມືອງຝູໂຈວຂອງມົນທົນຝູຈຽນກັບເກາະຜີງຖານທີ່ຢູ່ຫ່າງຈາກເຂດບໍລິ ຫານພິເສດໄຕ້ຫວັນຂອງຈີນປະມານ 126 ກິໂລແມັດ.