ສ.ເກົາຫຼີ ປັບຫຼຸດທ່າອຽງການເຕີບໂຕເສດຖະກິດ

ທະນາຄານກາງຂອງ ສ.ເກົາຫຼີ ຫຼຸດການຄາດຄະເນການເຕີບໂຕ ໂດຍຄາດວ່າ ເສດຖະກິດຂອງ ສ.ເກົາຫຼີ ຈະຫົດຕົວຫຼາຍກວ່າ 1% ໃນປີນີ້ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານໃນວັນທີ 27 ສິງຫາທີ່ຜ່ານມາວ່າ ໃນປີ 2020 ເສດຖະກິດຈະຫົດຕົວ 1,3% ຊຶ່ງນັບເປັນການປັບຫຼຸດຄັ້ງທີສອງໃນຮອບ 4 ເດືອນ ຈາກທີ່ເຄີຍຄາດຄະເນໄວ້ໃນເດືອນພຶດສະພາວ່າຈະຫົດຕົວ 0,2% ແລະກ່ອນໜ້ານັ້ນເຄີຍຄາດຄະເນວ່າຈະເຕີບ ໂຕ 2,1%, ຕົວເລກຫຼ້າສຸດຖືເປັນຜົນປະກອບການທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ປີ 1998 ທີ່ເສດຖະກິດ ສ.ເກົາຫຼີ ເຄີຍຫົດຕົວເຖິງ 5,1% ຈາກວິກິດການເງິນໃນອາຊີ ໂດຍການຄາດຄະເນຄັ້ງນີ້ມີຂຶ້ນໃນໄລຍະທີ່ທາງການ ສ.ເກົາຫຼີ ກຳລັງຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ມີການລາຍງານຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນ 441 ຄົນໃນວັນທີ 27 ສິງຫາ ຊຶ່ງຖືເປັນຕົວເລກສູງສຸດໃນຮອບ 6 ເດືອນ.

 ສ.ເກົາຫຼີ ຫາກໍກັບເຂົ້າສູ່ພາວະປົກກະຕິຫຼັງຈາກສາມາດຄວບຄຸມການແຜ່ລະບາດໄດ້ເປັນສ່ວນໃຫຍ່ແຕ່ການຕິດເຊື້ອແບບກຸ່ມໃນໄລຍະທີ່ຜ່ານມາໄດ້ສ້າງຄວາມກັງວົນເລື່ອງການລະບາດທົ່ວປະເທດໃນໄລຍະທີ່ເສດຖະກິດທີ່ເພີ່ງພາການຄ້າເປັນຫຼັກກຳລັງໄດ້ຮັບຜົນກະທົບຢ່າງໜັກຈາກໄວຣັດໂຄວິດທີ່ສ້າງຜົນກະທົບໄປທົ່ວໂລກ.

--------

ໜັງສືພິມເສດຸະກິດ-ສັງຄົມ