ຈະລາຈອນ ນວ ວາງກໍາລັງເພີ່ມ 428 ສະຫາຍ ແກ້ໄຂການສັນຈອນແອອັດ ໃນໄລຍະເປີດສົກຮຽນໃໝ່

   ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານໃນຕອນເຊົ້າຂອງວັນທີ 28 ສິງຫາ 2020, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມຜ່ານແຜນບັນຈຸກໍາລັງລົງລະບາຍລົດ ແລະແກ້ໄຂການສັນຈອນແອອັດຢູ່ນະຄອນຫຼວງວຽງຈັນໃນໄລຍະເປີດສົກຮຽນໃໝ່ປະຈໍາປີ 2020-2021 ໃນມໍ່ໆນີ້.

 ພັທ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໄດ້ໃຫ້ຮູ້ວ່າ: ການເປີດສົກຮຽນໃໝ່ໃນປີ 2020-2021 ນີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ມີແຜນລະອຽດ ແລະພ້ອມກັນເຂັ້ມງວດໃນການຈັດຕັ້ງປະຕິບັດ. ໂດຍໄດ້ວາງກໍາລັງລົງປະຈໍາຈຸດ, ປ້ອມ, ໂຮງຮຽນ, ເສັ້ນທາງ, 3 ແຍກ, 4 ແຍກ ແລະວົງ ວຽນໃນຂອບເຂດທົ່ວນະຄອນຫຼວງວຽງຈັນມີທັງໝົດຈໍານວນ 114 ຈຸດ, 428 ສະຫາຍ ເພື່ອແກ້ໄຂການສັນຈອນແອອັດໃນການໄປ-ມາ ໂດຍສະເພາະນັກຮຽນ-ນັກສຶກສາໃຫ້ມີຄວາມສະດວກສະບາຍ, ຫຼີກລ່ຽງການເກີດບັນຫາອຸບັດຕິເຫດ ແລະເຮັດໃຫ້ການສັນຈອນມີຄວາມຄ່ອງຕົວດີຂຶ້ນ.

   ໃນພິທີ, ພັທ ເພັງສະຫວັນ ທໍາມະບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງຜູ້ປົກຄອງທີ່ມາສົ່ງລູກຫຼານເຂົ້າໂຮງຮຽນ ຫ້າມບໍ່ໃຫ້ຈອດລົດຊະຊາຍຕາມແຄມທາງ ຫຼືທາງຄົນຍ່າງ, ໃຫ້ໄປຈອດຕາມສະຖານທີ່ຂອງໂຮງຮຽນກຳນົດໃຫ້ ແລະບັນດາທ່ານຜູ້ໃຊ້ລົດ-ໃຊ້ຖະໜົນ ຕ້ອງເອົາໃຈໃສ່ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ.

___________

ຮຽບຮຽງຂ່າວ: ພຸດສະດີ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ