ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດ 19 ຕື້ໂດລາ

  ໃນ 8 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມ ຶງດູດເງິນລົງທຶນຈາກຕ່າງປະເທດ (ເອຟດີໄອ) ຫຼາຍກວ່າ 19 ຕື້ໂດລາສະຫະລັດ.

   ຕາມຂ່າວຕ່າງປະເທດລາຍງານວ່າຕາມການລາຍງານຂອງກະຊວງແຜນການ ແລະການລົງທຶນຫວຽດນາມລະບຸວ່າໃນ8 ເດືອນຕົ້ນປີນີ້ຍອດເງິນລົງທຶນຈົດທະບຽນໃໝ່ ແລະການເພີ່ມເງິນທຶນເພື່ອຊື້ຮຸ້ນຂອງນັກລົງທຶນຕ່າງປະເທດຢູ່ທີ່ 19 ຕື້ໂດລາຄິດເປັນ 86,3% ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ, ຊຶ່ງຫວຽດນາມມີໂຄງການໃໝ່ທີ່ໄດ້ໃບຮັບຮອງການລົງທຶນ1.797 ໂຄງການລວມຍອດ ເງິນລົງທຶນ 9,73 ຕື້ໂດລາ ເພີ່ມຂຶ້ນ 6,6% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ.

  ສໍາລັບດ້ານການລົງທຶນໃນດ້ານອຸດສາຫະກໍາແປຮູບ ແລະການຜະລິດມີຫຼາຍທີ່ສຸດຄື 9,3 ຕື້ໂດລາ ຄິດເປັນ 47,7% ຂອງຍອດເງິນລົງທຶນຈົດທະບຽນທັງໝົດຮອງລົງມາຄືການຜະລິດ ແລະການຈັດສັນໄຟຟ້າ, ອະສັງຫາລິມະຊັບ, ການຂາຍສົ່ງ ແລະຂາຍຍ່ອຍປະຈຸບັນມີ 106 ປະເທດທີ່ມີໂຄງການລົງທຶນໃນຫວຽດນາມ.