ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປ່າ ມີສ່ວນລຸດພິເສດແຂກມາເປັນກຸ່ມ

  ແຫຼ່ງທ່ອງທ່ຽວແຫ່ງໃໝ່ນໍ້າປຽນຢໍລະປ່າແຫຼ່ງທ່ອງທ່ຽວໃໝ່ເປີດບໍລິການທົດລອງມາເດືອນປາຍໄດ້ສ້າງຄວາມມ່ວນຊື່ນແຂກໄປທ່ຽວເປັນຈຳນວນຫຼາຍໃນຫຼາຍກິດ ຈະກຳໜ້າປະທັບໃຈລະດັບທ່ອງທ່ຽວແບບສາກົນປະຈຸບັນເພື່ອເປັນການຄືນກຳໄລ່ລູກຄ້າແຫຼງທ່ອງທ່ຽວໄດ້ຈັດສ່ວນລຸດລູກຄ້າສະເພາະກຸ່ມໃຫຍ່ເຊັ່ນ:ໂຮງຮຽນສະຖາບັນການສຶກສາ,ໜ່ວຍງານຕ່າງໆ.


 ແຫຼ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປ່າເລີ່ມລົງມືຕົ້ນປີ 2019 ຈຸດປະສົ່ງເພື່ອເປັນການສ້າງແຫຼ່ງທ່ອງທ່ຽວເພີ່ມຂຶ້ນສ້າງສິ່ງອຳນວຍຄວາມສະດວກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາສຳພັດບັນຍາການແຖວໃນຕົວເມືອງ.


  ປະຈຸບັນແຫຼ່ງທ່ອງທ່ຽວສ້າງໄດ້ສຳເລັດແລ້ວ 100% ແລະເປີດທົດລອງກາງເດືອນກໍລະກົດຈະເປີດທົດລອງບໍລິການ ແລະເປີດເປັນທາງການແມ່ນເດືອນສິງຫາ ທີ່ຈະມາເຖິງນີ້ຊຶ່ງແຫຼງທ່ອງທ່ຽວຈະມີ 8 ລາຍການກິດຈະກຳເຮັດ, ຂີ່ສະລິງ, ຂີ່ໂລເລີ້, ໄຕ່ຂົວອູ່, ຂີ່ລຸກ, ຂີ່ລົດ ATV ໃນເຂດສວນນໍ້າ, ຢືນຖ່າຍຮູບໂດຍຜ່ານຕາໜ່າງແມງ ແລະ ອື່ນໆ ແລະ ມີຈຸດພັກຫຼາກຫຼາຍຕາມໃຈຫຼາຍກິດຈະກຳໜ້າຕື່ນເຕັ້ນອກຈາກນີ້ຍັງທາງແຫຼງທ່ອງທ່ຽວຍັງມີ 10 ລາຍການທົ່ວບໍລິການ. ສະຖານທີ່ແຫຼງທ່ອງທ່ຽວຕັ້ງຢູ່ບ້ານຊຽງແລທ່າເມືອງປາກງື່ມນະຄອນຫຼວງວຽງຈັນ.


  ແນວໃດກໍ່ຕາມສຳລັບສະຖານທີ່ແຫ່ງນີ້ເມື່ອກ່ອນແມ່ນເປັນປ່າພູເຂົາຄວາຍ ແລະມີການບຸກລຸກການຕັດໄມ້ທຳລາຍປ່າຍາວນານປະຈຸບັນຖືວ່າໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວ ແລະສ້າງອາຊີບໃຫ້ປະຊາຊົນບໍລິເວນທ່ອງຖິ່ນນຳອີກ. ສອບຖາມລາຍລະອຽດທີ່ວອດແອບ 02059185559 ຫຼື 020555566554