ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຢູ່ເມືອງຫົງສາບໍ່ບັນລຸຕາມແຜນ

  ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ຢູ່ເມືອງຫົງສາ ແຂວງໄຊຍະບູລີ ທີ່ປະຕິບັດມາໄດ້ 7 ເດືອນ ແມ່ນບໍ່ບັນລຸຕາມແຜນການ ແລະຄາດວ່າໃນ 5 ເດືອນທ້າຍປີນີ້, ແມ່ນຈະໃຫ້ບັນລຸ 100% ຕາມແຜນດັດແກ້ຂອງແຂວງ.

  ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການໆເງິນເມືອງຫົງສາ ໄດ້ລາຍງານຕໍ່ກອງປະຊຸມການຈັດຕັ້ງປະຕິບັດວຽກງານການເງິນພາຍໃນ 7 ເດືອນຕົ້ນປີ ແລະທິດ ທາງແຜນການ 5 ເດືອນ ທ້າຍປີ 2020 ເມື່ອບໍ່ດົນນີ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນໄລຍະຜ່ານມາແມ່ນພົບບັນຫາຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍໆຢ່າງເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ເສດຖະກິດເຮັດໃຫ້ເສດຖະກິດມີການສະລໍຕົວ ແລະ ທົດຖອຍສະແດງ ໃຫ້ເຫັນວ່າ: ມີຫຼາຍຫົວໜ່ວຍທຸລະກິດຢູ່ພາຍໃນເມືອງຂອງພວກເຮົາຢຸດການເຄື່ອນໄຫວ, ຫົວໜ່ວຍລັດວິສາຫະກິດໄດ້ຮັບການຍົກເວັ້ນອາກອນໄລຍະ 3 ເດືອນ ແລະອີກບັນຫາໜຶ່ງກໍ່ຄື: ມີບາງນິຕິກຳທີ່ ກ່ຽວຂ້ອງກໍ່ໄດ້ມີການປັບປຸງ ແລະມີການແບ່ງຂັ້ນຄຸ້ມຄອງຄືນໃໝ່ລະຫວ່າງແຂວງກັບເມືອງ.

  ທ່ານ ຍັງກ່າວອີກວ່າ: ເຖິງແມ່ນວ່າສະພາບການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະຜ່ານມາແມ່ນພົບບັນຫາຫຍຸ້ງຍາກ ແລະມີສິ່ງທ້າທາຍ, ແຕ່ຄະນະພັກ,ຄະ ນະນໍາຂອງຫ້ອງການ-ການເງິນ ເມືອງຫົງສາ ກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານຂອງຕົນພ້ອມທັງປະສານສົມທົບກັບຄະນະຂັ້ນເທິງ ແລະ ຂະແໜງການທີ່ກ່ຽວ ຂ້ອງຂອງເມືອງຂຸດຄົ້ນລາຍ ຮັບເຂົ້າງົບປະມານ ແລະຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງສອດຄ່ອງ ຕາມກົດໝາຍ ແລະລະບຽບການ, ໂດຍຕິດພັນກັບໜ້າວຽກຕົວຈິງ ແລະແຜນງົບປະມານທີ່ສະພາອະນຸມັດຮັບຮອງ,ຖ້າເວົ້າເຖິງແຜນງົບປະມານແຫ່ງລັດແລ້ວ ເມືອງຫົງສາ ໄດ້ຮັບແຜນລາຍຮັບຈາກແຂວງໃນເບື້ອງຕົ້ນ 6,33 ຕື້ກີບ (ແຜນ ດັດແກ້ມາເປັນ 3,92 ຕື້ກີບ) ຫຼຸດລົງ 2,4 ຕື້ກີບ, ທຽບໃສ່ແຜນລາຍຮັບປີ 2019 ຫຼຸດລົງ 49,21% ເປັນເງິນ 4,05 ຕື້ກັບ ໃນນັ້ນລາຍຮັບສ່ວຍສາອາກອນ: ເບື້ອງຕົ້ນ 6,15 ຕື້ກີບ(ແຜນດັດແກ້ 3,75 ຕື້ກີບ) ທຽບໃສ່ແຜນລາຍຮັບປີ 2019 ຫຼຸດລົງ 50,79% ເປັນເງິນ 4,05 ຕື້ກັບ,ແຜນລາຍຮັບຄຸ້ມຄອງຊັບສິນຂອງລັດ 172 ລ້ານກີບ ທຽບໃສ່ແຜນປີ 2019 ຫຼຸດລົງ 14% ເປັນເງິນ 28 ລ້ານກີບ.

  ໃນ 7 ເດືອນຕົ້ນປີ 2020 ສາມາດຈັດເກັບລາຍຮັບມອບເຂົ້າງົບປະມານໄດ້ 3,19 ຕື້ກີບ ເທົ່າກັບ 50,47% ຂອງແຜນການເບື້ອງຕົ້ນເທົ່າກັບ 81,35% ຂອງແຜນ ການດັດແກ້ໃນນັ້ນຮັບຈາກສ່ວຍສາອາກອນ 3,1 ຕື້ກີບ ເທົ່າກັບ 50,36% ຂອງແຜນການເບື້ອງຕົ້ນ, ເທົ່າກັບ78,99% ຂອງແຜນການດັດແກ້, ຮັບຈາກຄຸ້ມຄອງຊັບສິນຂອງລັດ 93,34 ລ້ານກີບ ເທົ່າກັບ 54,27% ຂອງແຜນການປີ.

  ສ່ວນທິດທາງແຜນການ 5 ເດືອນທ້າຍປີ 2020 ນີ້, ຄາດຄະເນລາຍຮັບໃຫ້ໄດ້ 731,56 ລ້ານກີບ ເທົ່າກັບ 18,64% ຂອງແຜນການດັດແກ້ໃນນັ້ນສ່ວຍສາ ອາ ກອນ 653,9 ລ້ານກີບ,ຄຸ້ມຄອງຂອງລັດ 78,66ລ້ານກີບ ແລະຄາດຄະເນໝົດປີການເກັບລາຍຮັບເຂົ້າງົບປະມານຈະໄດ້ທັງໝົດ 3,92 ຕື້ກີບ ເທົ່າກັບ 59,31% ຂອງແຜນການຕົ້ນປີເທົ່າກັບ 100% ຂອງແຜນການດັດແກ້ໃນນັ້ນສ່ວຍສາອາກອນ 3,75 ຕື້ກີບ ເທົ່າກັບ 59,31% ຂອງແຜນການຕົ້ນປີ ເທົ່າກັບ 100%ຂອງແຜນການດັດແກ້, ຄຸ້ມຄອງຊັບສິນຂອງລັດ 172 ລ້ານກີບ ເທົ່າກັບ 100% ຂອງແຜນການຕົ້ນປີ.

-------------

ໂດຍ: ກິດຕິສັກ ບົວໄລ  

ໜັງສືພິມເສດຖະກິດ-ສັງຄົມ