ສະຫຼອງວັນເກີດຂອງຕົນເອງດ້ວຍອາຍຸ 90 ປີ ທ່ານ ວໍເຣນ ບັບເຟດ ປະກາດລົງທຶນໃນຮຸ້ນ 5 ບໍລິສັດດ້ວຍຈຳນວນເງິນ 5,2 ຕື້ໂດລາສະຫະລັດ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ວໍເຣນ ບັບເຟດ ນັກທຸລະກິດ ແລະນັກລົງທຶນຄົນອາເມລິກາອາຍຸ 90 ປີ ແລະເປັນປະທານຂອງບໍລິສັດ ເບິກເຊຍ ຮາຣາເວ ໄດ້ປະກາດຍຸດທະສາການລົງທຶນໃນ 5 ບໍລິສັດລາຍ ໃຫຍ່ໃນຍີ່ປຸ່ນໂດຍການລົງທຶນໃນ 5 ບໍລິສັດຍີ່ປຸ່ນມີຄື:  Itochu Corp, Marubeni Corp, Mitsubishi Corp, Mitsui & Co Ltd ແລະSumitomo Corp ລ້ວນແຕ່ເປັນບໍລິສັດຫຼາກຫຼາຍໂດຍສະເພາະການນາເຂົ້າສິນຄ້າທີ່ຄວບຄຸມຕັ້ງແຕ່ພະລັງງານ, ວັດຖຸດິບ ສຳລັບການກໍ່ສ້າງ, ອາຫານ, ແຜ່ນແພ, ຊັບພະຍາກອນ ແລະອີກຫຼາຍໆຢ່າງ, ຫຼັງຈາກທີ່ ບັບເຟດ ອອກມາປະກາດເລື່ອງນີ້ເຮັດໃຫ້ຮຸ້ນຂອງທັງ 5 ບໍລິສັດເພີ່ມສູງຂຶ້ນທັນທີ. ສື່ຕ່າງປະເທດວິເຄາະວ່າ ວໍເຣນ ບັບເຟດກຳລັງເບິ່ງພາບລວມຂອງເສດຖະກິດຍີ່ປຸ່ນວ່າມີທ່າອຽງຈະປັບຕົວໄດ້ດີຂຶ້ນເພາະກຸ່ມທຸລະກິດທີ່ລາວເລືອກລົງທຶນດັ່ງກ່າວທີ່ເນັ້ນການລົງທຶນໃນທຸລະກິດນໍາເຂົ້າປັດໄຈພື້ນຖານຂອງປະເທດຍີ່ປຸ່ນທັງໝົດ.

ວໍເຣນ ບັບເຟດ ເປີດເຜີຍວ່າ ບໍລິສັດຂອງລາວ ໄດ້ທະຍ່ອຍລົງທຶນໃນ 5 ບໍລິສັດເຫຼົ່ານີ້ ຕະຫຼອດໄລຍະ 12 ເດືອນທີ່ຜ່ານມາ ຈົນປະຈຸບັນກາຍເປັນຜູ້ຖືຮຸ້ນໃຫຍ່ທີ່ມີອັດຕາສ່ວນການຖືຮຸ້ນໃນແຕ່ລະບໍລິສັດປະມານ 5% ຄິດເປັນມູນຄ່າເງິນລົງທຶນລວມ 6,2 ຕື້ໂດລາ ພ້ອມທັງລະບຸວ່າ ການລົງທຶນໃນຍີ່ປຸ່ນຄັ້ງນີ້ຖືເປັນການລົງທຶນໃນໄລຍະຍາວ.