ຄຳມ່ວນ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ

  ກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາທົ່ວແຂວງຄຳມ່ວນປະຈຳສົກຮຽນ 2019- 2020 ໄດ້ໄຂຂຶ້ນໃນວັນທີ 31 ສິງຫາ 2020 ເປັນກຽດເຂົ້າຮ່ວມມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ, ມີຄະນະພະແນກການອ້ອມຂ້າງ, ຮອງເຈົ້າເມືອງ, ຄະນະຫ້ອງການສຶກສາທິການ ແລະກີລາ 10 ເມືອງຕະຫຼອດເຖິງພະນັກງານຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ນັນຕະໄຊ ອິນທະສອນ ໄດ້ຜ່ານຮ່າງບົດສະຫຼຸບປະຈຳສົກຮຽນ 2019-2020, ທິດທາງແຜນການປີ 2020-2021 ຊຶ່ງພະແນກສຶກສາທິການ ແລະກີລາ ແຂວງຄຳມ່ວນແມ່ນຍັງສືບຕໍ່ຂະຫຍາຍຕາໜ່າງການສຶກສາກ່ອນໄວຮຽນເປັນບູລິມະສິດໃຫ້ແກ່ເດັກນ້ອຍໃນການເສີມສ້າງພັດທະນາການ ແລະກຽມຄວາມພ້ອມໃຫ້ແກ່ເດັກກ່ອນເຂົ້າຮຽນຊັ້ນປະຖົມສຶກສາໂດຍໄດ້ມີການຂະຫຍາຍໂຮງຮຽນອະນຸບານທັງພາກລັດ ແລະ ເອກະຊົນ ຊຶ່ງສະແດງອອກຄື: ຈຳນວນນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນເພີ່ມຈາກ 12.382 ຄົນມາເປັນ 13.101 ຄົນ, ອັດຕາ ເຂົ້າຮຽນຂອງເດັກ 3-5 ປີໄດ້ເພີ່ມ ຈາກ 53,6% ມາເປັນ 57,5% ແລະອັດຕາເຂົ້າຮຽນຂອງເດັກ 5 ປີກໍ່ເພີ່ມຂຶ້ນຈາກ 71,4% ມາເປັນ 75,2%.

  ໃນສົກຮຽນ 2019-2020 ທົ່ວແຂວງມີໂຮງຮຽນຊັ້ນປະຖົມທັງໝົດ 649 ແຫ່ງ, ມີຈຳນວນນັກຮຽນທັງໝົດ 45.452 ຄົນ, ອັດຕາການເຂົ້າຮຽນໃນຊັ້ນປະຖົມແມ່ນຫຼຸດລົງຈາກ100,2% ມາເປັນ 97,5% ສ່ວນອັດຕາການຄ້າງຫ້ອງຫຼຸດລົງຈາກ 2,5% ມາເປັນ 2,4% ແລະການປະລະການຮຽນເພີ່ມຂຶ້ນຈາກ 5,3% ມາເປັນ 5,7%, ສຳລັບຊັ້ນມັດທະຍົມສຶກສາມີໂຮງຮຽນທັງໝົດ 138 ແຫ່ງ, ມີຈຳນວນນັກຮຽນ 34.908 ຄົນ, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນຫຼຸດ ລົງຈາກ 79,5%ມາເປັນ 77,3% ອັດຕາການປະລະເພີ່ມຂຶ້ນຈາກ10,6% ມາເປັນ 12,4%ອັດຕາການເຂົ້າຮຽນຊັ້ນມັດທະຍົມຕອນປາຍຫຼຸດລົງຈາກ48,5% ມາເປັນ 45%, ອັດຕາປະລະເພີ່ມຂຶ້ນຈາກ 7,7 ມາເປັນ 7,9%.

  ສຳລັບການສຶກສານອກໂຮງຮຽນໄດ້ສຳເລັດການລຶບລ້າງຄວາມບໍ່ຮູ້ໜັງສື ແລະບຳລຸງຊັ້ນປະຖົມໃຫ້ກຸ່ມເປົ້າໝາຍ 15-45 ປີ ແລະໄດ້ປະກາດຈົບຊັ້ນປະຖົມສຶກສາບຳ ລຸງໃນທົ່ວແຂວງ, ສຳເລັດການຈັດຕັ້ງການຮຽ-ການສອນມັດທະຍົມຕົ້ນບຳລຸງໃນທຸກເມືອງພ້ອມທັງປະກາດແຂວງຈົບຊັ້ນມັດທະຍົມ ຕົ້ນບຳລຸງໃນທ້າຍປີ 2019 ຜ່ານມາ, ສຳລັບຄາດໝາຍໃນສົກປີ 2020-2021 ສູ້ຊົນເຮັດໃຫ້ອັດຕາການເຂົ້າຮຽນລວມຊັ້ນປະຖົມບັນລຸ 95%, ຊັ້ນມັດທະຍົມຕອນຕົ້ນ 78,8% ແລະມັດທະຍົມຕອນປາຍກວມເອົາ 46%.

  ນອກນີ້ກອງປະຊຸມຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາ 5 ປີຄັ້ງທີ VIII (2016- 2020) ແລະແຜນພັດທະນາຂະແໜງການສຶກສາ 5 ປີຄັ້ງທີ IX (2021-2025) ພ້ອມທັງໄດ້ປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ ແລະບັນດາວຽກງານຕ່າງໆເປັນຕົ້ນແມ່ນການຈັດສັນຄູ ແລະ ແກ້ໄຂບັນຫາຄູສອນຊ່ວຍ, ການຄຸ້ມຄອງການສຶກສາ ແລະນະໂຍບາຍການຄຸ້ມຄອງທີ່ອີງໃສ່ໂຮງຮຽນເປັນພື້ນຖານ.

----------

ໂດຍ: ກອງຄຳ