ລາວເປັນປະເທດທີ່ເຕັມໄປດ້ວຍມົນສະເໜ່ແຫ່ງຄວາມສະຫງົບລຽບງ່າຍມີທຳມະຊາດທ່າມກາງພູຜາປ່າດົງທີ່ສວຍສົດງົດງາມພ້ອມທັງຍັງອະນຸລັກທໍາມະຊາດຄົງໄວ້ໄດ້ທີ່ຄົນຕ່າງປະເທດມາຮອດຈອດເຖິງຕ່າງກໍ່ອິດສາ ແລະຍົກໃຫ້ເປັນອີກໜຶ່ງປະເທດທີ່ໜ້າທ່ອງທ່ຽວທີ່ສຸດ, ນອກນັ້ນຍັງມີເມືອງສວຍງາມປະຊາຊົນກໍ່ໜ້າຮັກ ແລະຈາກການເປັນເມືອງທີ້າທ່ອງທ່ຽວແນວນີ້ນັກທ່ອງທ່ຽວຈຶ່ງບໍ່ພາດມາສຳຜັດທໍາມະຊາດທີ່ຫາເບິ່ງໄດ້ຍາກ.

   ນໍ້າຕົກຕາດເຈົ້າ ເປັນຕາດຂະໜາດໃຫຍ່ມີນໍ້າໄຫຼຕົກລົງຈາກໜ້າຜາສູງເປັນຕາດຊັ້ນດຽວບໍລິເວນລຸ່ມຕາດເປັນອ່າງເລິກ ແລະໄຫຼລົງມາຢ່າງແຮງໂດຍບໍລິເວນນໍ້າຕົກ ຕາດເຈົ້າເຕັມໄປດ້ວຍບັນຍາກາດແຫ່ງຄວາມຮົ່ມເຢັນນໍ້າຕົກຕາດເຈົ້າຕັ້ງຢູ່ບ້ານທ່າເດື່ອຊຶ່ງຫ່າງຈາກຕົວເມືອງໄຊຍະບູລີໄປທາງທິດເໜືອປະມານ 30 ກິໂລແມັດ, ການເຂົ້າເຖິງນໍ້າຕົກຕາດເຈົ້າແມ່ນສາມາດເຂົ້າເຖິງດ້ວຍເສັ້ນທາງລົດແລະສາມາດໄປໄດ້ທັງສອງລະດູ ແລະເປັນສະຖານທີ່ທີ່ປະຊາຊົນຊາວເມືອງໄຊຍະບູລີກໍ່ຄືແຂກຕ່າງດ້າວທ້າວຕ່າງແດນນິຍົມໄປທ່ຽວຊົມ,ພັກຜ່ອນຫຼືພາກັນມາອາບນໍ້າໂດຍມີຄວາມເຊື່ອວ່າເມື່ອອາບແລ້ວຈະເຮັດໃຫ້ຮ່າງກາຍແຂງແຮງ ແລະສະສາງລ້າງສ່ວຍສິ່ງທີ່ບໍ່ດີອອກໄປ.

   ໃນສະໄໝກ່ອນພໍຮອດບຸນກຸດສົງການປີໃໝ່ລາວຂອງທຸກໆປີເຈົ້າຊີວິດຫຼວງພະບາງຈະໃຫ້ຄົນມານຳເອົານໍ້າຢູ່ແຫ່ງນີ້ໄປຫົດສົງພະບາງຢູ່ທີ່ຫຼວງພະບາງ, ລັກສະນະຂອງນໍ້າຕົກເປັນນໍ້າຕົກຕາດທີ່ມີຄວາມສູງປະມານ 12 ແມັດກວ້າງປະມານ 2 ແມັດ, ຢູ່ຈຸດທີ່ນໍ້າອອກມີພະພຸດທະຮູບປະດິດສະຖານຢູ່ເພື່ອໃຫ້ແຂກຄົນທີ່ໄປທ່ຽວ ຊົມໄດ້ກາບໄຫວ້ບູຊາ, ນອກຈາກນັ້ນຍັງມີສາລາໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ ແລະສາມາດຫຼຽວເຫັນທິວທັດທຳມະຊາດທີ່ສວຍງາມຂອງແມ່ນໍ້າຂອງອີກດ້ວຍ.