ເມືອງຊໍາເໜືອ ປະກາດບ້ານຫຼັກຊາວເປັນບ້ານວັດທະນະທຳ

 ວັນທີ 28 ສິງຫາ 2020 ນີ້, ເມືອງຊໍາເໜືອ ແຂວງຫົວພັນ ໄດ້ພິທີປະກາດບ້ານຫຼັກຊາວເປັນບ້ານວັດທະນະທຳບ້ານທ 65 ຂອງເມືອງຊໍາເໜືອ ແລະບ້ານທີ 453 ຂອງແຂວງຫົວພັນ, ບ້ານຫຼັກຊາວປະກອບມີ 60 ຫຼັງຄາເຮືອນ,ມີ 77 ຄອບຄົວ,ມີເຮືອນຖາວອນ 5 ຫຼັງ,ເຮືອນເຄິ່ງຖາວອນ 55 ຫຼັງ,ມີພົນລະເມືອງທັງໝົດ 320 ຄົນ, ຍິງ 174 ຄົນ, ເປັນຊົນເຜົ່າກືມມຸນັບຖືສາສະໜາຜີ 100%, ມີຄະນະໜ່ວຍພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 13 ສະຫາຍ, ຍິງ 2 ສະຫາຍ.

  ອາຊີບປະຊາຊົນບ້ານຫຼັງຊາວສ່ວນຫຼາຍແມ່ນເຮັດນາປູກເຂົ້າ, ທົ່ວບ້ານມີເນື້ອທີ່ດິນປຸກສ້າງທັງໝົດ 6,47 ເຮັກຕາ, ມີເນື້ອທີ່ປ່າໄມ້ທັງໝົດ 2.392 ກວ່າເຮັກຕາ, ເນື້ອທີ່ປ່າສະຫງວນ 774,76 ເຮັກຕາ, ເນື້ອທີ່ປ່າປ້ອງກັນ 116,66 ເຮັກຕາເນື້ອທີ່ປ່າຊົມໃຊ້ 208,34  ເຮັກຕາ, ເນື້ອທີ່ປ່າໄມ້ທຳການຜະລິດ 36,16 ເຮັກ ຕາ, ເນື້ອທີ່ນາ 36 ກວ່າເຮັກຕາ, ຜົນຜະລິດໄດ້ 3 ໂຕນຕໍ່ເຮັກຕາ, ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໄດ້ຮັບເຂົ້າເປືອກ 380 ກິໂລຕໍ່ຄົນຕໍ່ປີ; ພ້ອມນີ້ປະຊາຊົນພາຍໃນບ້ານຍັງໄດ້ສ້າງລາຍຮັບດ້ວຍການຕໍ່າຫູກທໍໄໝ, ລ້ຽງສັດ, ການບໍລິການ, ການກໍ່ສ້າງ ແລະ ຈັກສານອື່ນໆເພື່ອເປັນສິນຄ້າສົ່ງອອກ-ແລກປ່ຽນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ລວມຍອດຜະລິດຕະພັນພາຍໃນບ້ານໄດ້ 576 ລ້ານກີບ,ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໄດ້ຮັບ 1 ລ້ານ 8 ແສນກີບຕໍ່ຄົນຕໍ່ປີ, ປະຈຸບັນທົ່ວບ້ານມີງົວ 300 ໂຕ, ຄວາຍ 100 ໂຕ, ໝູ 150 ໂຕ, ແບ້ 30 ໂຕ ແລະ ສັດປີກອີກຈຳນວນຫຼວງຫຼາຍ, ດ້ານວັດທະນະທຳ-ສັງຄົມເດັກຕາມເກນອາຍຸໄດ້ເຂົ້າໂຮງຮຽນ 100%, ປະກາດຈົບຊັ້ນປະຖົມບຳລຸງ ແລະມັດທະຍົມຕົ້ນບໍາລຸງສຳເລັດ 100%, ມີຫໍຂ່າວ 1 ຫຼັງ, ມີລະບົບໂທລະໂຄ່ງ 1 ຊຸດ, ຈານດາວທຽມ 59 ຊຸດ ແລະປະກາດເປັນຄອບຄົວວັດທະນະທຳ 66 ຄອບຄົວເທົ່າກັບ 100%, ນອກຈາກນີ້ພາຍໃນບ້ານຍັງໄດ້ພ້ອມກັນອະນຸລັກວັດທະນະທຳ, ຮີດຄອງປະເພນີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ ໂດຍພື້ນຖານ.

  ເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ໄມສິງ ຄຳສຸວັດ ຫົວໜ້າກອງບັນຊາການຕຳຫຼວດເມືອງຊໍາເໜືອ, ທ່າ ຸນຕອງ ອິນທະປັນຍາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫົວພັນ, ມີບັນດາທ່ານການນໍາເມືອງ, ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງເມືອງຊໍາເໜືອແຂກຖືກເຊີນພ້ອມດ້ວຍອຳນາດການປົກ ຄອງບ້ານ ແລະປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.