ໂຮງຮຽນການເມືອງ-ການປົກຄອງບໍລິຄຳໄຊ ເປີດຊຸດຝຶກອົບຮົມ

 ເມື່ອອາທິດຜ່ານມາໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ເປີດຊຸດຝຶກອົບຮົມການເມືອງ-ການປົກຄອງລະບົບບຳລຸງ  45 ວັນ ຊຸດທີ 43 ໂດຍການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ, ມີຄະນະພັກ, ຄະນະອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ,ພ້ອມດ້ວຍຄູ-ອາຈານ, ພະນັກງານນັກສຶກສາ-ນັກຮຽນຝຶກອົບຮົມເຂົ້າຮ່ວມ.

  ໃນພິທີຄະນະຮັບຜິດຊອບໄດ້ຜ່ານບົດລາຍງານໃນການເປິດຊຸດຝຶກອົບຮົບຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງບໍລິຄໍາໄຊ, ສະບັບເລກທີ 515/ຄປພ, ຂບຊ, ລົງວັນທີ 19 ສີງຫາ 2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ສະມາຊິກພັກເຂົ້າຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບໍາລຸງ 45 ວັນ ຊຸດທີ່ 43 ການຝຶກອົບຮົມບໍາລຸງໃນຄັ້ງນີ້ປະກອບມີ: ດ້ານຕໍາລາການຮຽນ-ການສອນ ແລະອຸປະກອນຮັບໃຊ້ຕ່າງໆດ້ານຕໍາລາຮຽນຈໍານວນ 50 ຊຸດ,ດ້ານຄູ-ອາຈານ ແລະຄະນະຮັບຜິດຊອບຕິດຕາມການຮຽນ-ການສອນມີຈໍານວນທັງໝົດ 25 ທ່ານ, ຄູພາຍໃນມີ  8  ທ່ານ, ຍິງ 3 ທ່ານ, ໃນນັ້ນຄູຮັບເຊີນ 14 ທ່ານ, ຍິງ 1 ທ່ານ, ຄະນະປະຈໍາພັກແຂວງ 5 ທ່ານ, ກໍາມະການພັກແຂວງ 1 ທ່ານ, ຫົວໜ້າ, ຮອງພະແນກການອົງການທຽບເທົ່າຂອງຂະແໜງທ່ານ ແລະ ພະນັກງານບໍານານທ່ານ, ດ້ານບຸກຄະລາກອນຝຶກອົບຮົມມີຈໍານວນທັງໝົດ 50 ສະຫາຍຍີງ 20 ສະຫາຍ, ດ້ານຫຼັກສູດການຮຽນ-ການສອນແມ່ນຈະໄດ້ດໍາເນີນໃນ 5 ກຸ່ມວິຊາເຊັນ: ວິຊາປັດສະຍາມາກ-ເລນີນ, ວິຊາເສດຖະສາດການເມືອງ, ວິຊາລັດທິສັງຄົມນີຍົມວິທະຍາສາດ, ວິຊາກໍ່ສ້າງພັກ ແລະວິຊາບໍລິຫານສາດລວມມີ 41 ບົດ, ມີ 247 ຊົ່ວໂມງ ພາຍຫຼັງຮຽນຈົບພາກທິດສະດີຕາມລະບຽບຫຼັກການວິຊາສະເພາະຕາມທີ່ກຳນົດໄວ້, ໂດຍຈະໄດ້ຮັບການສິດສອນຈາກຄູ-ອາຈານ ແລະພະນັກງານທີ່ມີປະສົບການຈາກພາກສ່ວນທີ່ກ່ຽວຂ້ອງໃຫ້ການສິດສອນນັກສຶກສາ ແລະຈາກນັ້ນເນື່ອງໃນໂອກາດດ່ຽວກັນທ່ານ ສົມປອງ ອິນໄຊຍະວົງ ຕ່າງໜ້າອາດິດນັກສຶກສາໂຮງຮຽນທິດສະດີການ ເມືອງ-ການປົກຄອງແຂວງບໍລິຄໍາໄຊ ລຸ້ນທີ່ VII ກໍ່ໄດ້ຂຶ້ນມອບເງິນຈໍານວນ 1 ລ້ານກີບ ເພື່ອປະກອບສ່ວນຊື້ໂຕະ-ຕັ່ງນໍາໃຊ້ເຂົ້າໃນການຮຽນ-ການສອນ, ເປັນກຽດກ່າວຮັບໂດຍທ່ານ ພຸເຂົາເງິນ ອິນທະວົງ ຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ.

  ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳຊຶ່ງໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານ ແລະ ນັກສືກສາບໍາລຸງຝຶກ ອົບຮົມໃນຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຮຽນ-ການສອນໂດຍຖືເອົາຄຸນນະພາບເປັນຫຼັກ, ປະຕິບັດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນເອົາຄວາມຮູ້ຄວາມສາມາດຈາກຄູ-ອາຈານ, ຳໃຫ້ໄດ້ຫຼັກການທິດສະດີການເມືອງເພື່ອນຳມາພັດທະນາຕົນເອງ ແລະໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນສຳເລັດ.

-----------

ດຍ: ຮທ ວຽງໄຊ ມະນີຊັບ