ຄຳມ່ວນ ໄຂສົກຮຽນໃໝ່

 ພິທີໄຂສົກຮຽນ 2020-2021 ຈັດຂຶ້ນໃນວັນທີ 1 ກັນຍາ 2020 ທີ່ໂຮງຮຽນສາມັນມິດຕະພາບຄຳມ່ວນ-ກວາງບິ່ງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວ ອຸດອນ ບຸດສິງຂອນ ຮອງເຈົ້າ ແຂວງຄຳມ່ວນ, ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ, ມີຄະນະອຳ ນວຍການໂຮງຮຽນພ້ອມດ້ວຍພະນັກງານຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ທ່ານ ນັນຕະໄຊ ອິນທະສອນໄດ້ຂຶ້ນກ່າວລາຍງານການໄຂສົກຮຽນໃໝ່ຂອງແຂວງຄຳມ່ວນ ຊຶ່ງ ພະແນກສຶກສາທິການ ແລະກີລາແຂວງໄດ້ຈັດຕັ້ງຜັນຂະຫຍາຍຈັດການຮຽນ-ການສອນໃຫ້ໄປຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາພ້ອມທັງໄດ້ປະຕິບັດ 3 ຂໍ້ ແຂ່ງຂັນໃນຂະບວນການຮຽນ-ການສອນໃຫ້ມີຄວາມເປັນເອກະພາບພາຍໃນແຂວງ ໂດຍເນັ້ນການປະຕິບັດຕົວຈິງຫຼາຍກວ່າທິດສະດີ ແລະມີກິດຈະກຳຫຼາກຫຼາຍ, ມີຂະບວນການຮຽນ-ການສອນທີ່ມີບັນຍາກາດ, ມີການສອນໃຫ້ນັກຮຽນຮູ້ໃນການຕັ້ງ-ແກ້ໄຂບັນຫາຢ່າງຖືກຕ້ອງ ແລະກ້າທີ່ຈະສະແດງອອກ.

   ສຳລັບຜົນການສອບເສັງສົກປີ 2019-2020 ທີ່ຜ່ານມາຊັ້ນປະຖົມສຶກສາມີນັກຮຽນທີ່ສອບເສັງໄດ້ທັງໝົດ 43.835 ຄົນເທົ່າກັບ 98,59%, ສອບບໍ່ຜ່ານມີຈຳນວນ 629 ຄົນເທົ່າກັບ 1,4%, ຊັ້ນມັດທະຍົມຕອນຕົ້ນທີ່ສອບເສັງໄດ້ ທັງໝົດ 22.416 ຄົນເທົ່າກັບ 99,02%, ຈຳນວນເສັງຕົກ 222 ຄົນເທົ່າກັບ 0,98% ແລະຊັ້ນມັດທະຍົມຕອນປາຍສອບເສັງໄດ້ທັງໝົດ 10.382 ຄົນເທົ່າກັບ 99,24%, ຈຳນວນທີ່ເສັງຕົກ 79 ຄົນເທົ່າກັບ 0,76%.

  ສ່ວນດ້ານການກະກຽມຄວາມພ້ອມໃຫ້ແກ່ການເປີດສົກຮຽນ 2020-2021 ແມ່ນໄດ້ມີການປະຊຸມ, ຝຶກອົບຮົມຄູ, ສ້ອມແປງໂຕະ, ຕັ່ງແລະອຸປະກອນການຮຽນອື່ນໆ ຕິດພັນກັບການກຽມຄວາມພ້ອມປ້ອງກັນຈາກຄວາມສ່ຽງທີ່ອາດຈະເກີດຂຶ້ນໃນການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງ ມີການຊັບຊ້ອນ ແລະດຸ່ນດ່ຽງພະນັກງານຄູ ແລະບັນໄດ້ຈຸຊັບຊ້ອນຄູສອນຕາມໂຄຕ້າແບ່ງປັນ ໂດຍຜ່ານຂະບວນການສອບເສັງຄັດ ເລືອກ, ສຳລັບຄູສອນຊ່ວຍແມ່ນໄດ້ສົມທົບກັບຫ້ອງການສຶກສາທິການ ແລະກີລາໃນແຕ່ລະເມືອງ ເພື່ອເກັບກຳສັງລວມຂໍ້ມູນພ້ອມທັງສ້າງບັນຊີບູລິມະສິດ ໂດຍອີງໃສ່ໂຮງຮຽນ ທີ່ຍັງຂາດຄູສອນ ແລະແຜນຄວາມຕ້ອງການພະນັກງານຄູໃນແຕ່ລະປີ.

---------

ໂດຍ: ກອງຄຳ