ໄຊຍະ ສຳເລັດການແຂ່ງຂັນກີລາບານສົ່ງ

  ວັນທີ 31 ສິງຫາ 2020 ແຂວງໄຊຍະບູລີ ໄດ້ສໍາເລັດການ ແຂ່ງຂັນກີລາບານສົ່ງຢ່າງເປັນທາງການທີ່ເດີ່ນກີລາຮົ່ມຂອງ ແຂວງ, ພາຍຫຼັງທີ່ໄດ້ດໍາເນີນການ ແຂ່ງຂັນມາແຕ່ວັນທີ 26-31 ສິງຫາ 2020 ທີ່ຜ່ານມາ, ໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອີນທະປັນຍາ ຮອງເຈົ້າ ແຂວງໄຊຍະບູລີ, ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາ ພັກເມືອງ, ກຳມະການພັກເມືອງ, ນັກກີລາພ້ອມດ້ວຍຄູຝຶກຕະຫຼອດ ຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

  ການຈັດງານແຂ່ງຂັນກີລາ ບານສົ່ງໃນຄັ້ງນີ້ປະກອບມີ 13 ທີມ, ຍິງ 6 ທີມຄື: ທີມເມືອງໄຊ ຍະບູລີ, ທີມຂົງເຂດເສດຖະກິດ, ທີມ 4 ເມືອງໃຕ້, ທີມຂົງເຂດວັດທະນະທຳ-ສັງຄົມ, ທີມກອງບັນຊາການທະຫານແຂວງ, ທີມມິດຕະພາບ 4 ເມືອງເໜືອ, ຜົນການ ແຂ່ງຂັນບານສົ່ງຍິງ: ອັນດັບທີ 1 ທີມເມືອງໄຊຍະບູລີ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 2,5 ລ້ານກີບ, ທີ 2 ທີມມິດຕະພາບ 4 ເມືອງ ເໜືອໄດ້ຮັບເງິນສົດ 2 ລ້ານກີບ, ທີ 3 ທິມກອງບັນຊາການທະຫານ ແຂວງໄດ້ຮັບເງິນສົດ 1 ລ້ານກີບ, ທີ 4 ທີມ 4 ເມືອງໃຕ້ໄດ້ຮັບເງິນ ສົດ 8 ແສນກີບ.

  ປະເພດບານສົ່ງຊາຍປະກອບມີ 7 ທີມ: ທີມ 4 ເມືອງໃຕ້, ທີມມິດຕະພາບ 4 ເມືຶອງເໜືອ, ທີມພະແນກສາທາລະນະສຸກແຂວງ, ທີມຂົງເຂດເສດຖະກິດ, ທີມກອງພົນທະຫານຮາບທີ 2, ທີມກອງບັນ ຊາການ ປກສ ແຂວງ, ທີມກອງ ບັນຊາການທະຫານແຂວງ, ຜົນການແຂ່ງຂັນປະເພດບັນສົ່ງຊາຍ ອັນດັບທີ 1 ໄດ້ແກ່ທີມກອງບັນຊາການທະຫານແຂວງໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2,5 ລ້ານກີບ, ທີ 2 ທີມຂົງເຂດເສດຖະກິດໄດ້ຮັບເງິນສົດ 2 ລ້ານກີບ, ທີ 3 ທີມ ກອງພົນທະຫານຮາບທີ 2 ໄດ້ຮັບເງິນສົດ 1 ລ້ານກີບ, ທີ 4 ທີມ ມິດຕະພາບ 4 ເມືອງເໜືອ ໄດ້ຮັບເງິນສົດ 8 ແສນກີບ ໃຫ້ກຽດຂຶ້ນມອບຂອງຂວັນລາງວັນຂອງທ່ານ ເພັງນິລັນ ຄໍາພັນເພັງຮອງເຈົ້າ ແຂວງໄຊຍະບູລີ ແລະທ່ານ ນາງ ບຸນພັກ ອີນທະປັນຍາ ຮອງເຈົ້າ ແຂວງໄຊຍະບູລີ.

---------

ໂດຍ: ລັດດາວອນ ແກ້ວໄພທູນ