ແຄນນອນເປີດໂຕ ໄມເຣີເລສເຮືອທຸງຕົວໃໝ່ ອີໂອເອສ ອາຣ5

 ມີຂ່າວລືມາໄລຍະໜຶ່ງ ຊຶ່ງຕອນນີ້ Canon ໄດ້ອອກມາເປີດໂຕກ້ອງ Mirrorless Full Frame RF-Mount ເຮືອທຸງຕົວໃໝ່ນັ້ນກໍຄື Conon EOS R5 ນັ້ນເອງ.

 EOS R5 ກ້ອງເຮືອທຸງຕົວໃໝ່ຈາກຄ່າຍ Canon ຮອງຮັບທັງ ງານພາບນິ້ງ ແລະວິດີໂອລະດັບມືອາຊີບສ່ວນສະເປັກທີ່ຈັດເຕັມດ້ວຍເຊນເຊີ Full Frame ຄວາມລະອຽດເຖິງ 45 MP ບໍດີ້ເປັນແມັກນີຊຽມອັລລອຍມາພ້ອມກັນສັ່ນ 5 ແກນ ໃນບໍດີ້ທີ່ຊົດເຊີຍສະປີດຊັດເຕີໄດ້ເຖິງ 8 Stop ພ້ອມ Top LCD ດ້ານບົນບໍດີ້ກ້ອງ.

  EOS R5 ມີຄວາມພິເສດສາມາດຖ່າຍລົວໄດ້ເຖິງ 20fps ໃນໂໝດ Electronic Shutter ແລະ 12fps ໃນໂໝດ Mechanical Shutter ໂດຍສາມາດຖ່າຍເຕັມຄວາມລະອຽດທີ່ 45MP 20fps ໄດ້ຕໍ່ເນື່ອງເຖິງ 9 ວິນາທີ ແລະມີຈຸດເດັ່ນທີ່ສະເທືອນວົງການທີ່ຈະບໍ່ເວົ້າເຖິງກໍຄືຄວາມສາມາດບັນທຶກວິດີໂອແບບ RAW 4:2:2 10bit ຄວາມລະອຽດສູງສຸດ 8K 30fps ແລະ4K ທີ່ 120fps ແບບ No crop.

--------

ໜັງສືພິມເສດຖະກິດ-ສັງຄົມ