ຮາກໃບຢານາງ ໃຊ້ເປັນຢາແກ້ໄຂ້ ແລະຕ້ານມະເຮັງໄດ້

 ຢານາງນິຍົມກັນຫຼາຍໃນລາວ ເພື່ອນໍາມາປະກອບຂອງອາຫານປະເພດອ່ອມ ຫຼື ແກງເຊັ່ນ: ອ່ອມໜໍ່ໄມ້ ຫຼື ແກງໜໍ່ໄມ້ປະເພດຕ່າງໆ, ນອກຈາກໜໍ່່ໄມ້ແລ້ວຍັງເຫັນບາງເຂດຄັ້ນເອົານໍ້າມາແກງໃສ່ ຍອດພ້າວ, ຍອດຫວາຍ, ໜໍ່ສານແກງເຫັດຂອນຂາວ ແລະອາຫານອື່ນໆອີກ, ສະນັ້ນມີການນຳໃຊ້ຫຼາຍແຕ່ໃນປະຈຸບັນສ່ວນຫຼາຍກໍເກັບມາຈາກປ່າເພື່ອມາຂາຍຕາມທ້ອງຕະຫຼາດ, ບາງເຂດກໍໄດ້ມີການປູກເພື່ອເປັນສີນຄ້າ ແລະບໍ່ຈຳເປັນຕ້ອງໄປຫາຢູ່ໃນປ່າ.

ນອກຈາກຈະເປັນສ່ວນປະກອບໃນການປຸງແຕ່ງ ອາຫານຫຼາຍປະເພດແລ້ວເຄືອຢານາງຍັງໃຊ້ປິ່ນ ປົວພະຍາດໄດ້ອີກຫຼາກຫຼາຍເປັນຕົ້ນ: ແກ້ໄຂ້ ໂດຍ ນໍາເອົາຮາກຢານາງປະມານ 1 ກຳມື ຕົ້ມນໍ້າດື່ມກ່ອນອາຫານເຊົ້າ, ສວາຍ, ແລງ ແລະຍັງສາມາດຕ້ານເຊື້ອພະຍາດມະເຮັງໄດ້.

---------

ຮຽບຮຽງໂດຍ: ຟ້າ