ນໍ້າຖ້ວມອາຟະການິດສະຖານເສຍຊີວິດ 190 ຄົນ

ຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ເກີດນໍ້າຖ້ວມ ແລະດິນ ເຈື່ອນ ທາງພາກເໜືອ ແລະພາກຕາ ເວັນອອກຂອງອາຟະການິດສະຖານເຮັດໃຫ້ມີຜູ້ເສຍຊີວິດແລ້ວ 190 ຄົນ ແລະສູນຫາຍ 12 ຄົນ.

  ຕາມຂ່າວຕ່າງປະເທດລາຍ ງານວ່າທ່ານ ກໍຫຼົມ ບາຮາວູດິນກິລານີ ລັດຖະມົນຕີກະຊວງບໍລິຫານຈັດການໄພພິບັດອາຟະການິດສະຖານເປີດເຜີຍໃນວັນທີ 2 ກັນຍາ ວ່າ: ເກີດຝົນຕົກໜັກຢ່າງຕໍ່ເນື່ອງ ເປັນໄລຍະເວລາ 1 ອາທິດເຮັດໃຫ້ນໍ້າຖ້ວມຢ່າງຮຸນແຮງ ແລະດິນເຈື່ອນທາງພາກເໜືອ ແລະພາກຕາ ເວັນອອກຂອງອາຟະການິດສະຖານເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 190 ຄົນ ແລະໄດ້ຮັບບາດເຈັບຫຼາຍກວ່າ 170 ຄົນ, ຂະນະທີ່ໜ່ວຍກູ້ໄພພວມເລັ່ງຄົ້ນຫາຜູ້ສູນຫາຍຢ່າງໜ້ອຍ 12 ຄົນຊຶ່ງພື້ນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄືເມືອງ ຊາຣີກາຣແຂວງປາຮວານທາງພາກເໜືອຊຶ່ງເປັນເມືອງທ່ອງທ່ຽວ ຍອດນິຍົມເມືອງໜຶ່ງຂອງປະເທດຄາດວ່າຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກເນື່ອງຈາກ ໜ່ວຍກູ້ໄພບໍ່ສາມາດເຂົ້າເຖິງພື້ນທີ່ປະສົບໄພອີກຫຼາຍສ່ວນ, ຊຶ່ງມີເຮືອນຊານພັງເສຍຫາຍ 4.000 ກວ່າຫຼັງ.

 ຂະນະນີ້ ລັດຖະບານໄດ້ສົ່ງຄວາມຊ່ວຍເຫຼືອທັງທາງບົກ ແລະ ທາງອາກາດໃຫ້ແກ່ປະຊາຊົນໃນ ແຂວງຕ່າງໆທີ່ຢູ່ໃນພື້ນທີ່ຫ່າງໄກ

 -------

ໜັງສືພິມເສດຸະກິດ-ສັງຄົມ