ຫາລືພັດທະນາຍຸດທະສາດ ຝຶກອົບຮົມພາສາອັງກິດ ໃຫ້ພະນັກງານລັດ

   ກະຊວງສຶກສາທິການ ແລະກີລາໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການ ພັດທະນາຍຸດທະສາດ ແລະວາງ ແຜນຈັດຕັ້ງການຝຶກອົບຮົມພາສາ ອັງກິດໃຫ້ແກ່ພະນັກງານ-ລັດຖະ ກອນຂຶ້ນໃນວັນທີ 14  ກຸມພາ 2019 ຢູ່ນະຄອນຫຼວງວຽງຈັນ, ໂດຍການ ເປັນປະທານຮ່ວມຂອງທ່ານ ກອງ ສີ ແສງມະນີ ຮອງລັດຖະມົນຕີກະ ຊວງດັ່ງກ່າວ ແລະທ່ານ Hugh Evans  ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກອັງກິດປະຈໍາລາວ, ມີຜູ້ຕາງໜ້າຈາກສະຖານທູດອົດສະ ຕາລີ, ສິງກະໂປ, ອາເມລິກາ, ມາເລ ເຊຍ ແລະສະຖານທູດອື່ນໆປະຈໍາ ລາວເຂົ້າຮ່ວມ.

  ທ່ານ ກອງສີ ແສງມະນີ ໄດ້ຍົກໃຫ້ເຫັນເຖິງກອງປະຊຸມປຶກສາຫາ ລືວິຊາການເພື່ອພັດທະນາຍຸດທະ ສາດ  ແລະແຜນຈັດຕັ້ງການຝຶກອົບ ຮົມພາສາອັງກິດໃຫ້ແກ່ພະນັກງານ- ລັດຖະກອນ  ທີ່ຈັດຂຶ້ນໃນເດືອນສິງ ຫາ 2018 ຜ່ານມາ ໂດຍມີການ ແຕ່ງຕັ້ງຄະນະວິຊາການໃນການ ພັດທະນາຍຸດທະສາດ-ແຜນຈັດ ຕັ້ງການຝຶກອົບຮົມພາສາອັງກິດ ເພື່ອຄົ້ນຄວ້າຄວາມເປັນໄປໄດ້  ແລະ ທົບທວນຄືນການປະຕິບັດຜ່ານມາ ແລະສ້າງໂອກາດໃຫ້ແກ່ການພັດ ທະນາຍຸດທະສາດ-ແຜນຈັກຕັ້ງການ ຝຶກອົບຮົມໃນຕໍ່ໜ້າ. ນອກຈາກນັ້ນ ໃນກອງປະຊຸມຄະນະກໍາມາທິການ ແຫ່ງຊາດເພື່ອການພັດທະນາຊັບ ພະຍາກອນມະນຸດ (ຄຊພຊ) ຄັ້ງທີ 7  ທີ່ຈັດຂຶ້ນໃນຕົ້ນເດືອນກຸມພາ  ນີ້, ກໍໄດ້ເນັ້ນໜັກໃສ່ການສ້າງແຜນຝຶກອົບຮົມພາສາອັງກິດໃຫ້ພະນັກງານ- ລັດຖະກອນເຊັ່ນດຽວກັນ, ນັ້ນກໍ ໝາຍຄວາມວ່າພັກ-ລັດຖະບານ ເຫັນ ໄດ້ເຖິງຄວາມຈໍາເປັນ  ແລະຄວາມ ສໍາຄັນຂອງພາສາອັງກິດທີ່ມີບົດ ບາດຫຼາຍໃນການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ໃນ ໄລຍະທີ່ປະເທດຊາດກໍາລັງສູ້ຊົນ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະ ພາບການເປັນປະເທດດ້ອຍພັດທະ ນາໃນປີ  2020  ນີ້  ແລະໃນຍຸກແຫ່ງ ການເຊື່ອມໂຍງກັບພາກພື້ນ ແລະ                                                                                     ສາກົນທີ່ມີການປ່ຽນແປງ, ການ ແຂ່ງຂັນດ້ານເສດຖະກິດ  ແລະການ ພັດທະນາດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານຢ່າງໄວວານີ້ຄວາມສາ ມາດນໍາໃຊ້ພາສາອັງກິດຍິ່ງມີຄວາມ ຈໍາເປັນເພື່ອຊ່ວຍໃຫ້ພະນັກງານ-ລັດຖະກອນສາມາດປະຕິບັດໜ້າທີ່ ແລະຂັບເຂື່ອນວຽກງານເພື່ອຮັບ ໃຊ້ທຸກຮູບແບບການສື່ສານນໍາໄປ ສູ່ຜົນສໍາເລັດ.

  ສໍາລັບກອງປະຊຸມຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການນໍາສະເໜີລາຍ ງານສຸດທ້າຍກ່ຽວກັບຜົນການວິ ເຄາະການຈັດຕັ້ງການພັດທະນາ ແຜນການຝຶກອົບຮົມພາສາອັງກິດ ແລະແຜນການຈັດຕັ້ງປະຕິບັດຕົວ ຈິງຂອງການຝຶກອົບຮົມພາສາອັງກິດໃຫ້ແກ່ພະນັກງານ-ລັດຖະກອນ, ຊຶ່ງໄດ້ຮັບການສະໜັບສະໜູນຈາກສະຖານທູດອັງກິດ.

ໂດຍ: ກິ່ງລັດຕະນະ