ວຽກງານອຸດສາຫະກຳເມືອງໄຊພູທອງ ມີການຂະຫຍາຍຕົວດີຂື້ນ

  ທ່ານ ຄໍາພູ ສຸດທິວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ຂຶ້ນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ ທີ 1 (ສະໄໝທີ V ) ຊຶ່ງທ່ານກໍ່ໄດ້ຍົກໃຫ້ເຫັນວ່າ: ການຜະລິດອຸດສາຫະກໍາປຸງແຕ່ງມີການຂະຫຍາຍຕົວ ແລະມີການພັດທະນາຢ່າງຕໍ່ເນື່ອງຊຶ່ງສາມາດຂຶ້ນທະບຽນ ຫົວໜ່ວຍທຸລະກິດໃໝ່ໄດ້ 39 ຫົວໜ່ວຍ, ລື່ນແຜນ 14 ຫົວໜ່ວຍ, (ແຜນການປີ 25 ຫົວໜ່ວຍ), ລວມທັງໝົດຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນແລ້ວ 201 ຫົວໜ່ວຍ, ມີທຶນຈົດທະບຽນ 2,97 ຕື້ກີບ, ຫົວໜ່ວຍທຸລະກິດທີ່ຍັງບໍ່ທັນຂຶ້ນທະບຽນມີ 349 ຫົວໜ່ວຍ, ມີມູນຄ່າ 1,75 ຕື້ກີບ, ລວມຫົວໜ່ວຍທຸລະກິດທັງໝົດ 550 ຫົວໜ່ວຍ,ທຽບໃສ່ປີຜ່ານມາຫຼຸດລົງ 77 ຫົວໜ່ວຍ (ສາເຫດຫຼຸດລົງຍ້ອນ: ຫົວໜ່ວຍທຸລະກິດໄດ້ຢຸດເຊົາ, ຢ້າຍໄປດຳເນີນທຸລະກິດຢູ່ຕ່າງເມືອງ, ການລະບາດຂອງພະຍາດໂຄວິດ-19). ມູນຄ່າການຄ້າທັງໝົດ 633, 62 ຕື້ກີບ ໃນນັ້ນການສົ່ງອອກຜະລິດຕະພັນບັນລຸໄດ້ 575,5 ຕື້ກີບ ປະຕິບັດໄດ້ລື່ນແຜນ (ແຜນການປີ 109,8 ຕື້ກີບ),ຜະລິດຕະພັນສົ່ງອອກແມ່ນນອນຢູ່ໃນຂະແໜງກະສາກຳ,ອຸດສາຫະກຳເປັນຕົ້ນ: ເຂົ້າສານ,ຫີນກ່າວ,ຖ່ານໄມ້ຕິ້ວ, ເພີນີເຈີ້, ປຸ່ຍຊູໄຊ, ໃບຕອງກ້ວຍ, ຢາງພາລາ, ມັນຕົ້ນ ແລະປະເພດສັດ.


 ການນຳເຂົ້າປະຕິບັດໄດ້ 58,121 ຕື້ກີບ ເທົ່າກັບ 67,33% ຂອງແຜນການປີ (ແຜນການ 86,319 ຕື້ກີບ) ໃນນັ້ນສິນຄ້າທີ່ຈຳເປັນນຳເຂົ້າແມ່ນນໍ້າມັນເຊື້ອ ໄພ, ເຄື່ອງກໍ່ສ້າງ, ໝວດສິນຄ້າກະສິກຳ, ໄດ້ເພີ້ມທະວີສະກັດກັ້ນ, ລັກລອບນຳເຂົ້າ-ສົ່ງອອກສິນຄ້າທີ່ບໍ່ຖືກຕ້ອງຢ່າງເຂັ້ມງວດໂດຍສະເພາະຕິດຕາມກວດກາທະບຽນວິສາ ຫະກິດ ແລະການນຳໃຊ້ບໍ່ຖືກຈຸດປະສົງເປັນການລະເມີດລະບຽບກົດໝາຍ; ຕິດພັນກັບການຄຸ້ມຄອງລາຄາສິນຄ້າໂດຍສະເພາະແມ່ນສິນຄ້າທີ່ກະທົບໄວຕໍ່ການດຳລົງຊີ ວິດຂອງປະຊາຊົນ; ພ້ອມທັງປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງບັນດາຜູ້ປະກອບການ, ໄລຍະຜ່ານມາໄດ້ລົງກວດກາການສິນຄ້າທັງໝົດ 16 ຄັ້ງ, ພົບ 5 ກໍລະນີທີ່ບໍ່ປະຕິບັດຕາມຄຳສັ່ງແຈ້ງການຂອງຂັ້ນເທິງ, ມີມູນຄ່າ 25 ລ້ານກີບ, ໄດ້ສຶກສາອົບຮົມ ແລະສ້າງບົດບັນທຶກກ່າວເຕືອນກັບພວກກ່ຽວສຳເລັດເປັນຕົ້ນການລັກລອບນໍາເຂົ້າຊີ້ນສ່ວນສັດ, ຈໍາໜ່າຍສິນຄ້າປອມແປງລອກຮຽນແບບເຄື່ອງໝາຍການຄ້າ, ຂາຍສິນຄ້າບໍ່ຖືກກັບລາຄາທີ່ລັດກຳນົດອອກ, ຈຳໜ່າຍສິນຄ້າໝົດອາຍຸ, ບໍ່ຕິດປ້າຍລາຄາສິນຄ້າ.

------------------

ຂ່າວ: ພັນທະມິດວົງສຸທິ,  ໜັງສືພິມເສດຖະກິດ-ສັງຄົມ