ປະຊາຊົນສະເໜີແກ້ຫຼາຍບັນຫາຫຍຸ້ງຍາກຕໍ່ການດຳລົງຊີວິດ

   ເນື່ອງໃນໂອກາດທີ່ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ສສຂ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ແລະສະພາປະຊາຊົນແຂວງສາລະວັນຊຸດທີ 1. ໃນຄັ້ງນີ້ກໍ່ໄດ້ຮັບຟັງຄຳສະເໜີຂອງພໍ່ແມ່ປະຊາຊົນໃນແຕ່ລະຈຸດໂດຍສະເພາະແມ່ນການສະເໜີກ່ຽວກັບແກ້ໄຂຂໍ້ຄົງຄ້າງບາງບັນຫາອື່ນໆ ເພື່ອເອື້ອອຳນວຍຄວາມສະດວກໃນການດຳລົງຊີວິດການຄ້າຂາຍ, ການຜະລິດ ແລະອື່ນໆ ເຊັ່ນ: ການແກ້ໄຂຂໍ້ຂັດ ແຍ່ງເລື່ອງທີ່ດິນ, ເກັບຄ່າທຳນຽມທີ່ດິນ, ການອອກໃບຕາດິນບໍ່ຊັດເຈນ, ຂໍການສ້າງຊົນລະປະທານເຂົ້າບ້ານ ແລະ ອ່າງນໍ້າສູງ, ຂໍທຶນສ້ອມແປງເສັ້ນທາງດິນແດງເຂົ້າບ້ານ, ຂໍເສັ້ນທາງເຂົ້າໂຮງຮຽນ, ທຶນສ້ອມແປງໂຮງຮຽນ, ຊ່ວຍແກ້ໄຂລາຄານໍ້າມັນໃຫ້ເໝາະສົມຕາມທ້ອງຕະຫຼາດ ແລະວຽກງານອື່ນໆອີກ.

   ການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ແລະສະພາປະຊາຊົນແຂວງສາລະວັນຊຸດທີ 1 ຢູ່ຂອບເຂດເມືອງສາ ລະວັນ ເລີ່ມແຕ່ວັນທີ 7-9 ກັນຍາ 2020 ຊຶ່ງສາມາດເຄື່ອນໄຫວໄດ້ທັງໝົດ 5 ຈຸດ, 7 ບ້ານຄື: ຈຸດບ້ານບຶງໄຊ, ຈຸດບ້ານໜອງບົວນ້ອຍ, ຈຸດບ້ານດ່ານຈຸດເທສະ ບານເມືອງ (ບ້ານຫຼັກສອງ), ຈຸດບ້ານແສນວັງໃຫຍ່ ແລະ 1 ຈຸດປະຊຸມຮ່ວມກັບອຳນາດການປົກຄອງເມືອງ, ມີຜູ້ເຂົ້າຮ່ວມ 1 ພັນກວ່າຄົນເນື້ອໃນການເຜີຍ ແຜ່ໃນຄັ້ງນີ້ໄດ້ເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີແລະ ສະພາປະຊາຊົນແຂວງສາລະວັນຊຸດທີ 1 ຕິດພັນກັບການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ແລະສະພາປະຊາຊົນແຂວງ, ຈາກນັ້ນບັນດາຫ້ອງການທີ່ກ່ຽວຂ້ອງກໍໄດ້ອະທິບາຍ, ຊີ້ແຈງກ່ຽວກັບຄຳສະເໜີ ແລະຄວາມຂັດຂ້ອງໃຈຂອງປະຊາຊົນຕໍ່ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ.

   ກອງປະຊຸມສະຫຼຸບສັງລວມການເຜີຍແຜ່ໃນຄັ້ງນີ້ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ສະໂມສອນເມືອງສາລະວັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງດີ ຈັນ ທະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ຮອງປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ແພງຈັນ ລັດດາ ວົງ ປະທານສະຫະພັນແມ່ຍິງເມືອງສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງສາລະວັນ, ທ່ານ ຈັນສີລອນ ສີສົມບູນ ເລຂາພັກເມືອງເຈົ້າເມືອງໆສາລະວັນ, ມີແຂກທີ່ຖືກເຊີນ ຈາກອ້ອມຂ້າງເມືອງເຂົ້າຮ່ວມ.

-----------------

ຂ່າວ: ທິດລານີ ໂຄດໂຍທາ, ໜັງສືພິມເສດຖະກິດ-ສັງຄົມ