ໃຊ້ງົບ 29,8 ຕື້ກີບ ສ້າງຊົນລະປະທານນໍ້າຂວາງ ດຽວນີ້ຄືບໜ້າ 31%

   ວັນທີ 14 ກັນຍາຜ່ານມາ ພະແນກກະສິກຳ ແລະປ່າໄມ້ແຂວງຫົວພັນສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະຂັ້ນເມືອງໄດ້ລົງກວດກາຄວາມຄືບໜ້າໂຄງ ການກໍ່ສ້າງຊົນລະປະທານນໍ້າຂວາງບ້ານເມືອງນາເມືອງກວັນແຂວງຫົວພັນຊຶ່ງນຳໂດຍທ່ານ ກອນໄທ ແກ້ວນະຄອນ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີທ່ານ ດາວເພັດ ພົມສຸວັນ ເຈົ້າເມືອງກວັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະບໍລິສັດຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.

  ໂຄງການກໍ່ສ້າງຊົນລະປະທານນໍ້າຂວາງ ບ້ານເມືອງນາ ເມືອງກວັນ ແຂວງຫົວພັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກຸມພາ ປີ 2016 ປະຈຸບັນຄືບໜ້າແລ້ວ 31% ຂອງໜ້າວຽກທັງໝົດ, ໂຄງການນີ້ເປັນໂຄງການລົງທຶນຂອງລັດຖະບານລາວ 100% ເພື່ອພັດທະນາດ້ານພື້ນຖານໂຄງລ່າງໃນການຜະລິດກະສິກຳ, ມູນຄ່າການກໍ່ສ້າງ 29,8 ຕື້ກີບ, ໂດຍແມ່ນບໍລິສັດ ດາວວຽງ ກໍ່ສ້າງ ແລະສ້ອມແປງຊົນລະປະທານຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໜ້າວຽກທີ່ຈັດຕັ້ງປະຕິບັດແມ່ນກໍ່ສ້າງຫົວງານເປັນຝາຍເບຕົງເສີມເຫຼັກມີລວງກວ້າງ 28 ແມັດ, ສູງ 4 ແມັດເຄິ່ງ ແລະ ມີລວງຍາວຕາມແລວນໍ້າ 17 ແມັດ, ທະລຸແລວຄອງເໝືອງມີຄວາມຍາວທັງໝົດ 10,5 ກິໂລແມັດ ຜ່ານການກວດກາຂອງຄະນະຄຸ້ມຄອງໂຄງການເຫັນວ່າລະບົບຫົວງານມີຄວາມຄືບໜ້າແລ້ວ 98% ແລະລະບົບຄອງເໜືອງສາມາດທະລຸໄດ້ 6 ກິໂລແມັດ ຫຼືເທົ່າ 21%.

  ໂຄງການກໍ່ສ້າງຊົນລະປະທານນໍ້າຂວາງ ບ້ານເມືອງນາ ເມືອງກວັນຄາດວ່າຈະໄດ້ໃຫ້ສໍາເລັດ ແລະເປີດນໍາໃຊ້ໃນປີ 2022 ຫາກ ໂຄງການນີ້ສໍາເລັດແມ່ນຈະສາມາດເອົານໍ້າເຂົ້າຫົດເນື້ອທີ່ນາໄດ້ 256 ເຮັກຕາ.