ປະຊຸມວິທະຍາສາດ ວຽກການຕ່າງປະເທດ

    ວັນທີ 15 ກັນຍາ 2020, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມວິທະຍາສາດໃນຂົງເຂດວຽກງານການຕ່າງປະເທດ, ທີ່ສູນຝຶກອົບຮົມ ແລ່ວມມືສາກົນ (ICTC), ໃຫ້ກຽດເປັນ ປະທານກອງປະຊຸມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດອະດີດ ຮອງນາຍົກລັດຖະມົນຕີ, ມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະນຳກະຊວງການຕ່າງປະເທດບັນດາທ່ານ ທູດອາວຸໂສ ບຳນານ, ບັນດາທ່ານຄະນະກົມ ແລະວິຊາການຂອງກະຊວງການຕ່າງປະເທດ ແລະກະຊວງອ້ອມຂ້າງສູນກາງເຂົ້າຮ່ວມ.

   ຈຸດປະສົງຂອງການຈັດກອງປະຊຸມວິທະຍາສາດຄັ້ງນີ້ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະ ເທດ ແລະສະເຫຼີມສະຫຼອງວັນການທູດລາວຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ທີ່ຈະໜູນວຽນມາເຖິງ.

  ໃນເວລາທີ່ສະພາບການພາກພື້ນ ແລະສາກົນມີການຜັນແປໄປຢ່າງເລິກເຊິ່ງ, ສັບສົນ ແລະສະຫຼັບສັບຊ້ອນຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະກາລະໂອກາດທີ່ເອື້ອອໍານວຍ, ເຮັດໃຫ້ການປະຕິບັດແນວທາງການຕ່າງປະເທດ, ການເຄື່ອນໄຫວວຽກງານການທູດທີ່ຖືກຕ້ອງ ແລະ ສອດຄ່ອງຍິ່ງມີຄວາມຈໍາເປັນເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ຍຸດທະສາດສໍາຄັນຂອງປະເທດຊາດ, ເພື່ອເຊື່ອມໂຍງ, ຊຸກຍູ້ ແລະສົ່ງເສີມການຮ່ວມມືເພື່ອການພັດທະນາແລະແກ້ໄຂບັນຫາຮ່ວມກັນເພື່ອໃຫ້ເກີດສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນກໍຄືສາກົນ ສປປ ລາວ ໄດ້ຢືດໝັ້ນການປະຕິບັດແນວທາງການຕ່າງປະເທດສັນຕິ ພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບບົນພື້ນຖານຫຼັກການເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

   ສຳລັບວຽກງານການທູດລາວໄດ້ມີການເຄື່ອນໄຫວຢ່າງເອົາຈິງເອົາຈັງທັງໃນດ້ານການທູດສອງຝ່າຍ ແລະຫຼາຍຝ່າຍເປັນເຈົ້າການໃນການປົກປ້ອງສິດ ແລະຍາດຜົນປະໂຫຍດອັນຊອບທຳຈາກສາກົນມາສູ່ປະເທດຊາດ, ຊຶ່ງໃນຕະຫຼອດເວລາໄລຍະ 75 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ ຫຼວງ,ມາຮອດປະຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 143 ປະເທດມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງໃນນີ້ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 11 ແຫ່ງ, ກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 12 ແຫ່ງ, ກົງສູນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາກົນ 27 ແຫ່ງ, ໄດ້ເພີ່ມທະວີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ສປປ ລາວ ມີຖານະບົດບາດສູງຂຶ້ນ, ໃນເວທີພາກພື້ນ ແລະສາກົນ, ມີເພື່ອນມິດສາກົນຢ່າງກວ້າງຂວາງ.

--------------

#ຫນັງສືພິມເສດຖະກິດສັງຄົມ