2 ນັກກີລາດອກປີກໄກ່ລາວ ຫວັງສ້າງຜົນງານເຂົ້າຮອບ 8 ຄົນ

   ðທ້າວ ວິຊຸນນະລາດ ພິຈິດ ແລະທ້າວ ນາມບຸນ ຫຼວງອາມາດ 2  ນັກກີລາດອກປີກໄກ່ລະດັບແຖວ ໜ້າຂອງ ສປປ ລາວ ຍອມຮັບ ການແຂ່ງຂັນດອກປີກໄກ່ຊິງແຊ໋ມ ນາໆຊາດ ຫຼື ລາຍການແບັດມິນຕັນ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 ທີ່ຈະເປີດສາກຂຶ້ນໃນລະ ຫວ່າງວັນທີ 19-24 ກຸມພາ ນີ້ຢູ່ ຮ່ວມສາຍໄທ  ແລະອິນເດຍແຕ່ທັງສອງພ້ອມທີ່ຈະສູ້ຊົນສ້າງຜົນງານ ໃຫ້ດີທີ່ສຸດໃຫ້ທັບນັກກີລາດອກ ປີກໄກ່ລາວ  ສາມາດຜ່ານເຂົ້າໄປສູ່ ຮອບເລີກໆ.

    ການແຂ່ງຂັນກີລາດອກປີກໄກ່ ຊິງແຊ໋ມນາໆຊາດ ຫຼື ລາຍການ  ແບັດມິນຕັນເບຍລາວ ອິນເຕີເນ ເຊິນນອລຊີຣີ 2019 (Badminton Beerlao International Series) ການແຂ່ງຂັນເກັບ ຄະແນນສະສົມຄະແນນລະດັບ ໂລກ “ເວີດແລັງກິງ” ລະຫວ່າງ ວັນທີ 19-24 ກຸມພາ 2019 ທີ່        ສະໂມສອນດອກປີກໄກ່ ເຊດຖາເມືອງສີສັດຕະນາກ  ນະຄອນຫຼວງ ວຽງຈັນ ທີ່ ສປປ ລາວ ຮັບກຽດ ເປັນເຈົ້າພາບ ໂດຍມີນັກກີລາລະ ດັບໂລກຈາກ  14   ປະເທດເຂົ້າຮ່ວມ 190 ກວ່າຄົນ, ໃນນັ້ນນັກກີລາ ດອກປີກໄກ່ລາວສົ່ງເຂົ້າຮ່ວມເຖິງ 23 ຄົນ, ຍິງ 3 ຄົນ.

ກ່ອນການແຂ່ງຂັນຈະເລີ່ມຂຶ້ນ ທ້າວ ວິຊຸນນະລາດ ພິຈິດ ນັກກີ ລາດອກປີກໄກ່ມື 1 ສປປ ລາວ ທີ່ ຈະລົງແຂ່ງຂັນປະເພດດ່ຽວຊາຍ ເປີດເຜີຍວ່າ: ເພື່ອກຽມສ້າງຜົນສຳ ເລັດໃນການເຂົ້າຮ່ວມງານດັ່ງກ່າວ ນ້ອງໄດ້ເກັບຕົວຝຶກຊ້ອມຢ່າງໜັກໜ່ວງທຸກໆຕອນເຊົ້າເວລາ 5 ໂມງ ແລ່ນເອົາພະລະກຳລັງຢູ່ແຄມຂອງ ຈາກນັ້ນ ເວລາ 10:00  ຫາ 12:00 ໂມງຊ້ອມທີ່ເດີ່ນມາທາຕຸລາດ  ໂດຍ ມີຄູຝຶກຈາກປະເທດໄທມາຝຶກສອນໃຫ້ ແລະຕອນແລງໄປຊ້ອມກັບ ເພື່ອນຮ່ວມທີມຊາດລາວ  ທີ່ສະໂມ ສອນດອກປີກໄກ່ເຊດຖາ, ຊຶ່ງມີໂອກາດໄດ້ພັກສະເພາະວັນຈັນເທົ່ານັ້ນ ນັບມາຮອດປະຈຸບັນນ້ອງມີຄວາມພ້ອມເຕັມ 100% ພ້ອມທີ່ຈະລົງ ສະໜາມແຂ່ງຂັນຕົວຈິງແລ້ວສ່ວນ ຄວາມຫວັງຈະຂໍສູ້ຊົນໃຫ້ໄດ້ຜ່ານ ເຂົ້າໄປຫຼິ້ນໃນຮອບເລິກໆ ເຖິງວ່າຈະຖືກຈັດຢູ່ໃນສາຍທີ່ມີີມືວາງອັນດັບຕົ້ນຂອງລາຍການຕັ້ງແຕ່ຮອບທໍາອິດກໍ່ຕາມ.

    ສ່ວນທ້າວ ນາມບຸນ ຫຼວງອາ ມາດ ອີກໜຶ່ງນັກກີລາດອກປີກໄກ່ ຄວາມຫວັງຂອງ ສປປ ລາວ ປະ ເພດດ່ຽວຊາຍເຊັ່ນກັນກ່າວວ່າ: ການຝຶກຊ້ອມຂອງນ້ອງໄລຍະທີ່ຜ່ານມາ ຊ້ອມມື້ລະ 3 ຮອບ ເລີ່ມຕົ້ນຂຶ້ນໃນທຸກໆມື້ເວລາ 5 ໂມງ ເຊົ້າ,  ຝຶກສີມື 9 ໂມງ ແລະຕອນແລງຝຶກຮ່າງກາຍຄວາມພ້ອມ ຂອງຂາ ແລະພາກສ່ວນຕື່ນໆ, ສ່ວນຄວາມຫວັງຂອງນ້ອງກໍ່ຫວັງເຂົ້າຮອບເລິກໆທີ່ສຸດເຖິງວ່າຈະຢູ່ ໃນສາຍທີ່ໜັກ ໂດຍສະເພາະຮອບທໍາອິດພົບອິນເດຍ ມືວາງອັນດັບ 7  ຖ້າຜ່ານຮອບທໍາອິດກໍ່ມີລຸ້ນເຂົ້າ ຮອບເລິກໆປີທີ່ຜ່ານມາເຂົ້າຮ່ວມ ລາຍການນີ້ ແລະຈົບທີຮອບ 16 ທີມສຸດທ້າຍ, ແຕ່ກໍ່ເປັນປະສົບ ການສໍາຄັນໃນການເຂົ້າມາແຂ່ງ ຂັນໃນປີນີ້ລວມເຖິງອີກຈຸດທີ່ສ້າງ ຄວາມໝັ່ນໃຈເພີ່ມຂຶ້ນໃນປີນີ້ກໍ່ຄື ສະຫະພັນດອກປີກໄກ່ແຫ່ງຊາດ ລາວ ໄດ້ເອົາວິທະຍາສາດການກີລາເຂົ້າມາຮ່ວມເຮັດໃຫ້ພວກເຮົາມີຄວາມແຂງແຮງຫຼາຍຂຶ້ນ, ໂດຍ ສະເພາະດ້ານພາລະກໍາລັງເຫັນ ວ່າແຂ່ງແກ່ນຂຶ້ນກວ່າແຕ່ກ່ອນ ຫຼາຍ ແລະມີວິທີການສູ້ກັບນັກກີ ລາທີ່ຢູ່ໃນລະດັບໂລກໄດ້ດີຂຶ້ນ.

   ລາຍການນີ້ ສປປ ລາວ ເຄີຍຮັບກຽດເປັນເຈົ້າພາບຈັດແຂ່ງຂັນມາແລ້ວ 4 ຄັ້ງ ກໍ່ຄືຈັດຂຶ້ນເມື່ອ ປີ 2008, 2009, 2010 ແລະ  ປີ 2017, ລາຍການນີ້ຈັດຂຶ້ນເປັນ  ຄັ້ງທີ 5 ມີແຂ່ງຂັນຊີງໄຊ 5 ລາຍ ການປະກອບດ້ວຍດ່ຽວຍິງ, ດ່ຽວ ຊາຍ, ຄູ່ຍິງ, ຄູ່ຊາຍ ແລະຄູ່ປະສົມ ໂດຍມີນັກກີລາດອກປີກໄກ່ທີ່ຕິດ 100 ອັນດັບທໍາອິດຂອງໂລກຈຳນວນ 190 ກວ່າຄົນຈາກ 14 ປະເທດຄື: ສປປ ລາວ ເຈົ້າພາບ, ໄທ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ, ອົດສະຕາລີ, ຍີ່ປຸ່ນ, ອິນ ເດຍ, ສະຫະລັດອາເມລິກາ, ອັງ ກິດ, ການາດາ, ສະວີເດັນ (ຊູ ແອັດ), ເດັນມາກ ແລະອິນໂດເນ ເຊຍ, ໃນນັ້ນ ມີແຊ໋ມ, ຮອງແຊ໋ມ, ທີ 3 ຮຸ່ນເຍົາວະຊົນໂລກ ແລະ ແຊ໋ມຫຼຽນຄຳງານກີລາມະຫາວິທະຍາໄລອາຊຽນເຂົ້າຮ່ວມແຂ່ງ ຂັນ.

ໂດຍ: ເຂີຍບ້ານຫ້ອມ