ສາທາບາຈຽງຕິດຕາມການແຜ່ລະບາດໄຂ້ຍຸງ

  ໃນລະຫວ່າງວັນທີ 10 ຫາ 12 ກັນຍາ 2020 ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ລົງຕອບໂຕ້ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ທີ່ກຸ່ມ 5 ບ້ານຫົວແຊ ຊຶ່ງເປັນບ້ານທີ່ມີຄວາມສ່ຽງໃນການແຜ່ລະບາດດັ່ງກ່າວນໍາໂດຍທ່ານ ນາງ ດຣ. ອຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກເມືອງພ້ອມຄະນະ, ມີພະນັກງານ, ວິຊາການ, ອໍານາດການປົກຄອງພາຍໃນບ້ານດັ່ງກ່າວ.

  ຈຸດປະສົງໃນການລົງຕິດຕາມການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃນຄັ້ງນີ້ແມ່ນໄດ້ຮ່ວມກັນສໍາຫຼວດ ແລະທໍາລາຍໜອນນໍ້າຍຸງລາຍທີ່ພົບເຫັນໃນພາຊະນະຕ່າງໆໃນແຕ່ລະຄົວເຮືອນຂອງປະຊາຊົນ ແລະຕາມຮ້າງຮ້ານບໍລິການຕ່າງໆ ໂດຍຕິດພັນກັບການພົ່ນຢາຂ້າຍຸງ, ການໂຄສະນາສຸຂະສຶກສາ, ຊຶ່ງການລົງຕອບໂຕ້ໃນເທື່ອນີ້ແມ່ນເພື່ອເປັນການທໍາລາຍແຫຼ່ງເພາະພັນຍຸງລາຍ, ທັງເປັນການປູກຈິດສໍານຶກ ແລະໃຫ້ຄວາມຮູ້ຕື່ມໃນການປ້ອງກັນຄວບຄຸມພະຍາດໄຂ້ຍຸງລາຍ, ໂດຍສະເພາະແມ່ນຖືສໍາຄັນໃນການເຮັດຄວາມສະອາດຕາມຫຼັກການ 5 ປໍຄື: ໜຶ່ງ: ປິດຝາຊະນະທີ່ເກັບນໍ້າຢູ່ໃນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງໄຂ່ໃສ່ສອງ: ປໍປ່ຽນນໍ້າ ແລະ ຜັດຖຸດ້ານໃນພາ ຊະນະເຊັ່ນ: ເຕົ້າດອກໄມ້, ຖ້ວຍຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະອື່ນໆ.

 ປໍທີສາມ: ປ່ອຍປາຫາງນົກຍຸງເພື່ອໃຫ້ປາກິນໜອນນໍ້າສີ: ປໍປັບປຸງບໍ່ໃຫ້ມີນໍ້າຂັງໃນກະໂປະ, ກະປ໋ອງ, ຮາງລີນ, ຢາງລົດເກົ່າ ແລະອື່ນໆຕາມເດີ່ນບ້ານ ແລະປໍທີຫ້າ: ແມ່ນປະຕິບັດສີ່ຂໍ້ຂ້າງເທີງນັ້ນເປັນປະຈໍາ ແລະຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼືສຸກສາລາໃກ້ບ້ານ, ຫ້າມຊື້ຢາກນເອງ, ຊຶ່ງໃນເດືອນຜ່ານມາບ້ານຫົວແຊໄດ້ມີຜູ້ເປັນໄຂ້ຍຸງລາຍແລ້ວ 2 ກໍລະນີ.