ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງປະຊຸມຜູ້ບໍລິຫານການສຶກສາ

  ວັນທີ 9 ກັນຍາ ຜ່ານມາທີ່ສະໂມສອນຂອງໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາປະຈຳສົກຮຽນປີ 2019-2020 ພາຍໃຕ້ການເປັນປະທານຂອງທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ, ທ່ານ ຄຳກອງ ບາ ສີໂສມ ຜູ້ອຳນວຍການໂຮງຮຽນພ້ອມດ້ວຍຄະນະຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

  ໃນກອງປະຊຸມໄດ້ຮັບຟັງມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາທົ່ວແຂວງຫຼວງພະບາງຄັ້ງວັນທີ 20-21 ສິງຫາ 2020, ບົດສະຫຼຸບປະຈຳປີຂອງໂຮງ ຮຽນ ສົກຮຽນ 2019-2020 ແລະ ທິດທາງແຜນການປະຈຳສົກຮຽນປີ 2020-2021 ຈາກນັ້ນກໍ່ໄດ້ໃຫ້ຕ່າງໜ້າແຕ່ລະໜ່ວຍງານເປັນຕົ້ນແມ່ນໜ່ວຍງານບໍລິຫານ, ກິດຈະກຳ, ວິຊາການ ແລະເຕັກໂນໂລຊີຂໍ້ມູນຂ່າວສານຂຶ້ນລາຍງານສະພາບການເຄື່ອນໄຫວໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ,ເປີດໂອກາດໃຫ້ໃຫ້ຄູ-ອາຈານປະກອບຄຳເຫັນເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ ແລະ ຟັງຂໍ້ຕົກລົງຂອງອຳນວຍການໂຮງຮຽນວ່າດ້ວຍການແຕ່ງຕັ້ງ ແລະ ແບ່ງປັນຄວາມຮັບຜິດຊອບພາຍໃນໂຮງຮຽນ.

   ທ່ານ ຊາຍສະຫວັນ ຈັນມານິດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄູ-ອາຈານຍາດມາໄດ້, ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນການສິດສອນຂອງຄູ-ອາຈານໃຫ້ຮັບປະກົນຄຸນນະພາບບັນລຸຕາມ 4 ຈຸດປະສົງເປົ້າໝາຍ, ເຮັດວຽກຕ້ອງມີການວາງແຜນ, ມີການກຳນົດກິດຈະກຳໃຫ້ລະອຽດ, ຄູສອນຕ້ອງປະຕິບັດຕາມ 5 ບາດກ້າວຂອງການສິດສອນເນັ້ນນັກຮຽນເປັນໃຈກາງໃຫ້ນັກຮຽນມີສ່ວນຮ່ວມພ້ອມທັງສຶກສາອົບຮົມແນວຄິດໃຫ້ນັກຮຽນຢູ່ຕະຫຼອດເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ  ແລະມີປະສິດຕິພາບສູງ.