ເມືອງກາສີ ສ້າງຂະບວນອອກແຮງງານຕ້ານການແຜ່ລະບາດຂອງພະຍາດ

  ໃນອາທິດຜ່ານມານີ້, ເມືອງກາສີ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມເພື່ອຕອບໂຕ້, ປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ເລືອດອອກໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີ, ມີຫົວໜ້າຫ້ອງການພາຍໃນເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕຳ ຫຼວດ, ນ້ອງນັກຮຽນຈາກໂຮງຮຽນ ມ.ສ ກາສີ ແລະ ມໍ ຕົ້ນນາມົນ ພ້ອມດ້ວຍພໍ່ແມ່ປະຊາຊົນ.


  ການອອກແຮງງານຄັ້ງນີ້ໄດ້ພ້ອມກັນເຮັດອະນາໄມເກັບຂີ້ເຫຍື້ອ, ກະໂປະກະປ່ອງ, ຖາງຫຍ້າແຄມທາງ ແລະທຳລາຍໜອນນໍ້າເພື່ອຮັບປະກັນບໍ່ໃຫ້ມີແຫຼ່ງເພາະພັນຍຸງລາຍ, ຊຶ່ງໄດ້ດໍາເນີນຢູ່ 3 ຈຸດ ໃຫຍ່ຄື: ບ້ານນາມົນ ມີຜູ້ເຂົ້າຮ່ວມ 552 ຄົນ, ບ້ານພູຄໍາ 300 ກວ່າຄົນ ແລະບ້ານວຽງແກ້ວ 1.200 ກວ່າຄົນ, ນອກຈາກນີ້ຢູ່ພະນັກງານຢູ່ກົມກອງຫ້ອງການກໍ່ຍັງໄດ້ເຮັດອະນາໄມປະດັບປະດາຕົບແຕ່ງຕົບແຕ່ງຕາມສຳນັກງານ,ຫ້ອງການຂອບເຂດບ້ານຕ່າງໆ,ຈາກນັ້ນທາງທີມງານຈາກຫ້ອງ ການສາທາລະນະສຸກເມືອງກາສີກໍ່ໄດ້ແຈກຢາຍຢາຂ້າໜອນນໍ້າພ້ອມທັງອະທິບາຍວິທີການທໍາລາຍໜອນນໍ້າໃຫ້ແກ່ປະຊາຊົນອີກດ້ວຍພ້ອມດຽວກັນນັ້ນແຕ່ລະຄອບຄົວໂດຍສະເພາະຄອບຄົວທີ່ເກັບນໍ້າໃຊ້ໄວ້ໃນອຸ, ແອ່ງ, ໄຫຕ້ອງໃຊ້ຝາປິດພາຊະນະດັ່ງກ່າວໃຫ້ແຈບ ແລະ ໝັ່ນປ່ຽນຖ່າຍນໍ້າຢູ່ຕະຫຼອດເພື່ອບໍ່ໃຫ້ຍຸງລາຍວາງໄຂ່ໃສ່. ພ້ອມນັ້ນກໍ່ຍັງໄດ້ມີການພົ່ນຢາຂ້າຍຸງລາຍຕາມຂອບເຂດບ້ານເຮືອນຊານຂອງປະຊາຊົນຕື່ມອີກ.
   ຈຸດປະສົງໃນການອອກແຮງງານໃນຄັ້ງນີ້ແມ່ນເພື່ອເປັນການຕອບໂຕ້, ປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ເລືອດອອກ ແລະຍັງເປັນການສ້າງ ຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກຂອງຊາດໂດຍສະເພາະກໍ່ແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນອົງຄະນະພັກແຂວງວຽງຈັນທີ່ຈະໄຂຂຶ້ນໃນມໍ່ໆນີ້.