ກອງປະຊຸມຄົ້ນຄວ້າປຶກສາຫາລືການສ້າງຕັ້ງກຸ່ມຄ້າຂາຍຊາວຈີນປະຈຳແຂວງວຽງຈັນ ໄດ້ຈັດໃນວັນທີ 11 ກັນຍາ 2020 ທີ່ ເມືອງວັງວຽງ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ, ມີທ່ານ ຄຳໄສ ສິດທິພອນ ຄະນະບໍລິຫານງານສະພາການຄ້າແຫ່ງຊາດປະທານສະພາການຄ້າແຂວງວຽງຈັນ, ມີບັນດາທ່ານກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ, ກຸ່ມນັກການຄ້າຊາວຈີນ ປະຈຳແຂວງວຽງຈັນ ແລະ ຊາວຈີນທີ່ດຳເນີນທຸລະ ກິດຢູ່ໃນເມືອງວັງວຽງເຂົ້າຮ່ວມ.
  ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອກຳນົດຫຼັກການເຄື່ອນໄຫວເຕົ້າໂຮມບັນດາຊາວຄ້າຂາຍຊາວຈີນໃຫ້ເຂົ້າມາເປັນສະມາຊິກກຸ່ມດຽວກັນເພື່ອສະດວກໃນການຄຸ້ມຄອງ, ການປະຕິບັດລະບຽບກົດໝາຍຂອງ ສປປ ລາວ, ເພື່ອປົກປ້ອງຜົນປະໂຫຍດຂອງສະມາຊິກກຸ່ມ, ຈໍາກັດການຄ້າຂາຍນອກລະບົບບໍ່ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ສ້າງຄວາມຮັບຮູ້ໃຫ້ສະມາຊິກໃນດ້ານນິຕິກຳຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ.
  ທ່ານ ຈາງຈຸນສຽງ ປະທານກຸ່ມນັກການຄ້າຊາວຈີນປະຈຳ ແຂວງວຽງຈັນ ໄດ້ລາຍງານການກະກຽມການສ້າງຕັ້ງກຸ່ມຄ້າຂາຍຊາວຈີນຂອງເມືອງວັງວຽງ, ຈາກນັ້ນທ່ານ ວຽງສະຫວັນ ທອງເພັງບັນນາວົງ ທີ່ປຶກສາການຄ້າແຂວງວຽງຈັນ ໄດ້ເຜີຍແຜ່ນິຕິກຳຮ່າງບົດບາດ ແລະກົດລະບຽບຂອງການສ້າງຕັ້ງກຸ່ມ, ຜ່ານມາດຖານລວມ ແລະເງື່ອນໄຂຄະນະກຸ່ມ, ຜ່ານລາຍຊື່ເປົ້າໝາຍຄະນະກຸ່ມຄ້າຂາຍຊາວຈີນ.
  ຕອນທ້າຍກອງປະຊຸມທ່ານເຈົ້າເມືອງໆວັງວຽງໄດ້ໃຫ້ກຽດໂອ້ລົມກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຢູ່ໃນທ້ອງຖິ່ນຂອບເຂດຄວາມຮັບຜິດຊອບໃຫ້ຖືກຕ້ອງສອດ ຄ່ອງກັບລະບຽບກົດໝາຍ,ທັງເປັນການສ້າງເງື່ອນໄຂ ແລະການຮ່ວມມືກັນໃນເວລາຕິດຕາມການຈັດຕັ້ງປະຕິບັດເຄື່ອນໄຫວຂອງກຸ່ມໃຫ້ດໍາເນີນທຸລະກິດຖືກຕ້ອງສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະລະບຽບກົດໝາຍ; ນອກຈາກນັ້ນທ່ານເຈົ້າເມືອງໆວັງວຽງຍັງໄດ້ຍ້ອງຍໍຊົມເຊີຍມາຍັງກຸ່ມນັກການຄ້າຊາວຈີນທີ່ໄດ້ປະ ຕິບັດພັນທະ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂັ້ນແຂວງ, ເມືອງ ແລະບ້ານຂອງແຂວງວຽງຈັນ.