ຈາກວິຊາການໂຮງງານຊີມັງກ້າວເປັນເຈົ້າຂອງໂຮງງານ

  ດ້ວຍຄວາມມຸ້ງໝັ້ນບວກກັບຄວາມຂະຫຍັນຊອກຮູ້ການເຮັດວຽກດ້ານຕ່າງໆພາຍໃນໂຮງງານຊີມັງເພື່ອຫາປະສົບການ, ສະສົມຄວາມຮູ້ທີ່ໄດ້ມາຈົນສາມາດທ້ອນໂຮມເອົາປະສົມການຕ່າງໆມາໜູນໃຊ້ເຂົ້າໃນການຕັດສິນໃຈເຮັດທຸລະກິດຂອງຕົນເອງໂດຍໄດ້ລົງທຶນຕັ້ງໂຮງງານຜະລິດກະເບື້ອງກາສິງ ແລະເນັ້ນການຜະລິດທີ່ໄດ້ມາດຕະ ຖານເຫັນວ່າການຕອບຮັບຂອງສັງຄົມດີພໍສົມຄວນນອກຈາກທຸລະກິດນີ້ແລ້ວກໍຍັງມີທຸລະກິດປິ່ນອ້ອມອີກຕື່ມຈໍານວນໜຶ່ງຈົນກາຍເປັນນັກທຸລະກິດໜຸ່ມທີ່ປະສົບຜົນສໍາ ເລັດຕາມຄວາມຫວັງ.


  ທ່ານ ຄໍາສິງ ຈັນທະວົງ ຜູ້ອໍານວຍການໂຮງງານກະເບື້ອງກາສິງເມືອງນໍ້າບາກ, ນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ຊຶ່ງເປັນຜູ້ໜຶ່ງທີ່ປະສົບຜົນສໍາເລັດໃນການດໍາ ເນີນທຸລະກິດ ໄດ້ຍີ້ມເປີດໃຈຕໍ່ສື່ຂ່າວໜັງສືພິມເສດຖະກິດ-ສັງຄົມ ຂອງພວກເຮົາເມື່ອຕົ້ນເດືອນກັນ ຍາ 2020 ນີ້ນັບແຕ່ຈຸດລິເລີ່ມທຸລະ ກິດຈົນກ້າວມາປະສົບຜົນສໍາເລັດຮອດມື້ນີ້ວ່າ: ຈຸດເລີ່ມຕົ້ນຫຼັງຈາກຕົນເອງຮຽນຈົບການສຶກສາຈາກປະເທດຈີນກັບມາລາວໄດ້ໄປເຮັດວຽກຢູ່ໂຮງງານຊີມັງວັງວຽງ ແຂວງວຽງຈັນ ໃນປີ 2003-2004,ໃນໄລຍະທີ່ເຮັດວຽກເປັນວິຊາການຢູ່ໂຮງງານຊີມັງວັງວຽງຕົນເອງກໍໄດ້ຕັ້ງໃຈເຮັດວຽກເປັນຢ່າງດີຈົນໄດ້ຮັບຕໍາແໜ່ງທີ່ໜ້າພໍໃຈແຕ່ທ້າຍປີ 2004 ໄດ້ຍ້າຍໜ້າວຽກໄປເຮັດຢູ່ໂຮງງານຊີມັງຫຼວງພະບາງທີ່ຕັ້ງຢູ່ເມືອງນໍ້າບາກ ແລະໄດ້ທຸ້ມເທເຫື່ອແຮງສະຕິປັນຍາຕົນເອງພັດທະນາໂຮງງານຊີມັງຫຼວງພະບາງຈົນໄດ້ຕໍາແໜ່ງເປັນອໍານວຍການໂຮງງານຊີມັງຫຼວງພະບາງ ຈົນຮອດປີ 2014ແຕ່ຍ້ອນຢາກມີການພັດທະນາຕົນເອງໂດຍສະເພາະແມ່ນສ້າງທຸລະກິດເປັນຂອງຕົນເອງຈຶ່ງໄດ້ຕັດສິນໃຈລາອອກວຽກຕໍາແໜ່ງເປັນອໍານວຍການໂຮງງານຊີມັງຫຼວງພະບາງເພື່ອມາເຮັດທຸລະກິດຂອງຕົນເອງໂດຍອາໄສປະສົບການເຮັດວຽກດ້ານນີ້ບວກກັບຄວາມມັກ, ຄວາມ ຊໍານານງານການບໍລິຫານຈຶ່ງໄດ້ປຶກສາກັບຄອບຄົວ, ຍາດສະນິດໄດ້ຕັດສິນໃຈລົງທຶນສ້າງຕັ້ງໂຮງງານຜະລິດກະເບື້ອງກາສິງຂຶ້ນຊຶ່ງຕັ້ງຢູ່ ບ້ານຊາງ ເມືອງນໍ້າບາກ ໃນເບື້ອງຕົ້ນເຫັນວ່າຂັ້ນຕອນການດໍາເນີນທຸລະກິດພົບຄວາມຫຍຸ້ງຍາກຫຼາຍພໍສົມຄວນເປັນຕົ້ນແມ່ນຕົ້ນທຶນ ທີ່ຈະເອົາມາຊື້ເຄື່ອງຈັກອຸປະກອນການຜະລິດ, ວັດຖຸດິບນໍາເຂົ້າຖືວ່າເປັນເລື່ອງທີ່ທ້າທາຍທີ່ສຸດແຕ່ຍ້ອນຄວາມພະຍາຍາມສູງຂອງຕົນເອງຈຶ່ງສາມາດບັນລຸເປົ້າໝາຍທີ່ວາງໄວ້ ແລະສາມາດເປີດທໍາການຜະລິດຈໍາໜ່າຍກະເບື້ອງກາສິງຮັບໃຊ້ບໍລິການສັງຄົມ ແລະ ຜະລິດຕະພັນທີ່ທາງໂຮງງານຜະລິດອອກມາດ້ວຍຄຸນນະພາບສາມາດຕອບສະໜອງ ແລະ ເປັນທີ່ຍອມຮັບຈາກສັງຄົມຢ່າງກວ້າງຂວາງ ກວມເອົາ 6 ແຂວງຄື ແຂວງອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ, ແຂວງໄຊຍະບູລີ ແລະແຂວງຫຼວງພະບາງ.

    ສໍາລັບຜະລິດຕະພັນຂອງໂຮງງານທີ່ຜະລິດປະຈຸບັນມີກະເບື້ອງ 2 ຮ່ອງ ແລະ 4 ຮ່ອງນ້ອຍ, ສໍາລັບ 4 ຮ່ອງນ້ອຍແມ່ນໄດ້ເປີດການຜະລິດໃນວັນທີ 21 ພະຈິກ 2018, ສ່ວນການຜະລິດແມ່ນໄດ້ເນັ້ນຄຸນນະພາບເປັນຫຼັກທຽບເທົ່າກັບມາດຕະຖານສາກົນ ແລະໃນໄລຍະຊ່ວງການແຜ່ລະບາດໂຄວິດ-19 ທາງໂຮງງານແມ່ນໄດ້ຮັບຜົນກະທົບພໍສົມຄວນເປັນຕົ້ນແມ່ນການນໍາເຂົ້າວັດຖຸດິບເມື່ອທຽບຈາກໄລຍະຜ່ານມາເຫັນວ່າມີຄ່າສີ້ນເປືອງເພີ່ມຂຶ້ນ ແລະ ຜູ້ຊົມໃຊ້ກໍຄືລູກຄ້າມີກໍາລັງຊື້ຫຼຸດລົງເປັນຈໍານວນຫຼາຍຍ້ອນເຫດເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19.
   ທ່ານກ່າວອີກວ່າຕໍ່ກັບການແຜ່ລະບາດຂອງໂຄວິດ 19 ນີ້ ເພື່ອຮັກສາພະນັກງານໄວ້ຈຶ່ງໄດ້ໃຫ້ພະນັກງານຈໍານວນໜຶ່ງໄປເຮັດວຽກງານອື່ນແທນທີ່ເປັນທຸລະກິດປິ່ນ ອ້ອມຂອງໂຮງງານຜະລິດກະເບື້ອງກາສິງ, ສໍາລັບແຜນຕໍ່ໜ້າທາງໂຮງງານຜະລິດກະເບື້ອງກາສິງກໍຍັງຈະເນັ້ນການຜະລິດສິນຄ້າທີ່ໄດ້ຄຸນນະພາບມາດຕະຖານລະດັບສາກົນຮັບໃຊ້ສັງຄົມປົກກະຕິ ແລະຈະເພີ່ມເຄື່ອງພົ່ນສີກະເບື້ອງເຂົ້າມາອີກຕື່ມເພື່ອໃຫ້ມີທາງເລືອກໃໝ່ຕາມຄວາມຕ້ອງການຊົມໃຊ້ຂອງລູກຄ້າ.


  ພ້ອມນີ້ທ່ານ ຄໍາສິງ ຈັນທະວົງ ຍັງສະແດງຄວາມພາກພູມໃຈທີ່ໄດ້ ເປັນສ່ວນໜຶ່ງໃນການປະກອບ ສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາ ຊົນອ້ອມຂ້າງໄດ້ມີວຽກເຮັດງານ ທໍານັບຫຼາຍ100 ຄົນ ແລະທ່ານ ຍັງກ່າວຖິ້ມທ້າຍໄວ້ວ່າການພັດທະນາຂອງປະເທດເຮົາແບບລາວເຮັດລາວໃຊ້ລາວໄດ້ລາວຈະເລີນຢາກໃຫ້ສັງຄົມພ້ອມກັນຫັນມາຊົມໃຊ້ຜະລິດຕະພັນທີ່ມີຢູ່ພາຍໃນປະເທດເຮົາໂດຍສະເພາະແມ່ນກະເບື້ອງກາສິງທີ່ມີຄຸນນະພາບດີທຽບເທົ່າກັບສາກົນ ແລະສາມາດຫຼຸດຕົ້ນທຶນນໍາເຂົ້າຜະລິດຕະພັນຈາກ ຕ່າງປະເທດຕື່ມອີກ.
   ສະນັ້ນຫາກທ່ານໃດຕ້ອງການກະເບື້ອງກາສິງກະເບື້ອງທີ່ໄດ້ຄຸນນະພາບມາດຕະຖານລະດັບສາກົນທີ່ຄົນລາວເປັນຜູ້ຜະລິດເອງນໍາໄປມຸງເຮືອນ ຫຼືອາຄານຕ່າງໆກໍສາ ມາດໄປຕິດຕໍ່ພົວພັນນໍາເພິ່ນໄດ້ໂຮງງານຕັ້ງຢູ່ບ້ານຊາງ ເມືອງນໍ້າບາກ ແຂວງຫຼວງພະບາງ.

------------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ