ເມືອງຫີນບູນ ປະຊຸມຜູ້ບໍລິຫານການສຶກສາ

 ກອງປະຊຸມຜູ້ບໍລິຫານການສຶກສາໄດ້ຈັດຂຶ້ນອາທິດຜ່ານມາ ທີ່ສະໂມສອນຫ້ອງການສຶກສາທິການ-ກີລາເມືອງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ພຸດທະແສງແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ-ກີລາເມືອງຫີນ ບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ສີສຸວັນ ໄຊຍະຈິດ ຮອງເຈົ້າເມືອງ ຫີນບູນ, ທ່ານ ກົມມາ ຫັດທະຈັກ ຮອງຫົວໜ້າພະແນກສຶກສາທິການ-ກີລາແຂວງຄໍາມ່ວນ, ມີຜູ້ອໍານວຍ ການໂຮງຮຽນມັດທະຍົມໃນທົ່ວ ເມືອງ, ປະທານກຸ່ມໂຮງຮຽນປະຖົມ ແລະຕາງໜ້າໜ່ວຍງານພາຍໃນຫ້ອງການເຂົ້າຮ່ວມ.

  ກອງປະຊຸມແມ່ນໄດ້ຮັບຟັງການລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາສົກຮຽນ 2019 - 2020 ແລະແຜນພັດທະນາການສຶກສາສົກຮຽນ 2020-2021, ຮັບຟັງການຜ່ານຮ່າງແຜນພັດທະນາການສຶກສາ ແລະກີລາ 5 ປີ (2020-2025), ແນະນໍາວຽກງານກຸ່ມໂຮງຮຽນປະຖົມ-ມັດທະຍົມ ແລະການເລື່ອນຂັ້ນແບບຕໍ່ເນື່ອງ, ຜ່ານເອກະສານຈັດສັນຄູໃສ່ແຕ່ລະໂຮງຮຽນທີ່ເຫຼືອ ແລະໂຮງຮຽນທີ່ບໍ່ພໍພ້ອມທັງຜ່ານເອກະສານປະເມີນຄູໃນທົ່ວເມືອງ, ຜ່ານບົດສະຫຼຸບຜົນສຳເລັດການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະບໍາລຸງຊັ້ນມັດທະຍົມຕົ້ນປີ2021, ແນະນໍາວິທີການຕ້ານພະຍາດໂຄວິດ-19, ການຈັດຕັ້ງປະຕິບັດຫຼັກສູດການສອນສະບັບປັບປຸງໃໝ່ໃຫ້ແກ່ປະທານກຸ່ມໂຮງຮຽນ ແລະຜູ້ອຳນວຍກາມັດທະຍົມ, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາພ້ອມທັງຊອກຫາສາເຫດ ແລະວິທີການແກ້ໄຂຂໍ້ຄົງຄ້າງໃນບັນຫາຕ່າງໆໃຫ້ໄດ້ຮັບຜົນດີຂຶ້ນ.

---------

ໜັງສືພິມເສດຖະກິດ-ສັງຄົມ