ເມືອງໄຊຍະບູລີ ປະກາດບ້ານຫ້ວຍແສນຄຳ ເປັນບ້ານວັດທະນະທຳ

  ເມື່ອບໍ່ດົນມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດບ້ານຫ້ວຍແສນຄຳ ເປັນບ້ານວັດທະນະທຳບ້ານທີ 72 ຂອງເມືອງ ໂດຍມີທ່ານ ຄຳຜາຍ ແກ້ວບົວ ຮອງເລຂາຄະນະບໍລິຫານງານພັກເມືອງໄຊຍະບູລີ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

  ທ່ານ ວິລະສິດເຮີ ເລຂາໜ່ວຍພັກນາຍບ້ານຫ້ວຍແສນຄຳ ໄດ້ໃຫ້ຮູ້ວ່າ: ບ້ານຫ້ວຍແສນຄຳມີ 104 ຄອບຄົວ, ມີພົນລະເມືອງ 685 ຄົນ, ຍິງ 339 ຄົນ, ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງບ້ານໄດ້ນຳພາພໍ່ແມ່ປະຊາຊົນໃຫ້ມີການປູກຝັງ-ລ້ຽງສັດເປັນສິນຄ້າເພື່ອໃຫ້ແຕ່ລະຄອບຄົວມີລາຍຮັບເພີ່ມຂຶ້ນ, ທົ່ວບ້ານມີເນື້ອທີ່ປູກເຂົ້າທັງໝົດ 79 ເຮັກຕາ, ຜົນຜະລິດໄດ້ 230 ໂຕນສະເລ່ໃສ່ຫົວຄົນໄດ້ 336 ກິໂລຕໍ່ຄົນຕໍ່ປີ, ນອກນັ້ນຍັງໄດ້ລ້ຽງສັດປະເພດຕ່າງໆເຊັ່ນ: ງົວ 418 ໂຕ, ໝູ 281 ໂຕ, ສັດປີກ 2.488 ໂຕ, ມີໜອງປາ 6 ໜອງປ່ອຍປາ ແລ້ວ 3.800 ໂຕ, ສາມາດສະເລ່ຍລາຍຮັບໃສ່ຫົວຄົນໄດ້ 5,5 ລ້ານກວ່າກີບ ຫຼືເທົ່າກັບ 872 ໂດລາສະຫະລັດ,ມາຮອດປະຈຸບັນພາຍໃນບ້ານມີຄອບຄົວປ້ອງກັນຄວາມສະຫງົບດີ 100 ຄອບຄົວ ເທົ່າກັບ 96% ຂອງຄອບຄົວທັງໝົດ, ຄອບຄົວປອດຄະດີ 98 ຄອບຄົວກວມເອົາ 94% ຂອງຄອບຄົວທັງໝົດ.

  ຜ່ານການກວດກາຄອບຄົວວັດທະນະທຳຕາມ 5 ມາດຖານສາມາດຮັບຮອງເປັນຄອບຄົວວັດທະນະທຳໄດ້ 84 ຄອບຄົວ ເທົ່າກັບ 87% ຂອງຄອບຄົວທັງໝົດ, ຜ່ານການກວດກາບ້ານວັດທະນະທຳຕາມ 5 ມາດຖານແມ່ນສາມາດຮັບຮອງເປັນບ້ານວັດທະນະທຳໄດ້.