ຮອງນາຍົກ ຊຸກຍູ້ວຽກທ່ອງທ່ຽວຢູ່ຈອມເພັດ

  ເມື່ອອາທິດຜ່ານມາທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມຄະນະ ແລະ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ວຽກງານທ່ອງທ່ຽວຢູ່ຕາດຮ້ອຍຄົວ ເມືອງຈອມເພັດ ໂດຍການຕ້ອນຮັບຂອງທ່ານ ອາຄົມ ພົມມະຫານ ອຳນວຍການ ຕາດຮ້ອຍຄົວ ພ້ອມດ້ວຍພະນັກງານຂອງເມືອງ ແລະຕາດຮ້ອຍຄົວ.


 ໂອກາດນີ້ ທ່ານ ອາຄົມ ພົມມະຫານ ໄດ້ລາຍງານຫຍໍ້ກ່ຽວກັບການຈັດກິດຈະກຳຢູ່ສະຖານທີ່ທ່ອງທ່ຽວຕາດຮ້ອຍຄົວວ່າ: ນໍ້າຕົກຕາດຮ້ອຍຄົວຕັ້ງຢູ່ບ້ານປາກຫຼຶງ ຫາງຈາກເທສະບານເມືອງຈອມເພັດ ປະມານ 12 ກິໂລແມັດ ເປັນນໍ້າຕົກຕາດທີ່ມີຄວາມສວຍງາມ ແລະມີຕາດນ້ອຍຫຼາຍຊັ້ນທີ່ມີນໍ້າໃສໄຫຼເຢັນຕະຫຼອດປີມີຄວາມສູງ 90 ແມັດ ຕົກລົງໃສ່ອ່າງເກັບນໍ້າທໍາມະຊາດທີ່ສະຫວັນສ້າງມາຢ່າງງາມຕາ, ມີເນື້ອທີ່ 20 ເຮັກຕາ ແລະເຕັມ ໄປດ້ວຍພູຜາປ່າໄມ້ທີ່ໃຫ້ຄວາມສົດຊື່ນເຢັນສະບາຍ. ມາຮອດປີ 2015 ອົງການປົກຄອງເມືອງໄດ້ມອບໃຫ້ບໍລິສັດ ສໍາປະທານ ໂດຍໄດ້ປັບປຸງຫຼາຍກິດຈະກຳແນໃສ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນໃນນັ້ນໄດ້ປັບປຸງທາງຍ່າງ, ບໍລິການຮ້ານອາຫານ, ສວນດອກໄມ້, ກິດຈະກຳຍ່າງປ່າ, ຂີ່ສະລິງ ແລະອື່ນໆ, ມາຮອດທ້າຍປີ 2019 ເຖິງປະຈຸບັນຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ແລະເຮັດໃຫ້ແຂກທີ່ເຂົ້າມາທ່ຽວຊົມນໍ້າຕົກຕາດຮ້ອຍຄົວນັບມື້ແມ່ນຫຼຸດລົງ.
   ທ່ານ ອາຄົມ ພົມມະຫານ ໃຫ້ຮູ້ອີກວ່າ: ໃນແຜນການຕໍ່ໜ້າຈະສືບຕໍ່ປັບປຸງ ແລະປົກປັກຮັກສາສະຖານທີ່ທ່ອງທ່ຽວແຫຼ່ງນີ້ໃຫ້ມີຄວາມສວຍງາມ, ຍືນຍົງ ແລະສີ ຂຽວເພື່ອດຶງດູດເອົານັກທ່ອງທ່ຽວຄົນລາວມາທ່ຽວຕາມແຜນທີ່ກະຊວງ ຖວທ ວາງໄວ້ຄືລາວທ່ຽວລາວ.


  ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ບໍລິສັດສຳປະທານສືບຕໍ່ປົກປັກຮັກສາປ່າໄມ້ໃນແຫຼ່ງທ່ອງທ່ຽວຕາດຮ້ອຍຄົວໃຫ້ມີຄວາມຍືນຍົງ, ສືບຕໍ່ປັບປຸງກິດຈະກໍາໃຫ້ສອດຄ່ອງຮັກສາໄດ້ຄວາມສວຍງາມທີ່ມີອາກາດສົດຊື່ນເພື່ອຮັບປະກັນເຮັດໃຫ້ການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມນັບມື້ຫຼາຍຂຶ້ນ.

----------------

ຂ່າວ: ແຫຼ້ ສຸລີນພອນ, ໜັງສືພິມເສດຖະກິດ-ສັງຄົມ