ລາວ-ໄທ ເພີ່ມທະວີການຮ່ວມມືວຽກວັດທະນະທຳ

  ວັນທີ 16 ກັນຍາ 2020, ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຫ່ງ ສປປ ລາວ ໄດ້ ພົບປະກັບ ທ່ານ ອິດ ທິພົນ ຄຸນປື້ມລັດຖະມົນຕີກະຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ຜ່ານລະບົບວີດີໂອໂດຍພ້ອມກັນຕີລາຄາຄືນການຮ່ວມມືກັນໃນໄລຍະຜ່ານມາ ແລະ ປຶກສາ ຫາລືແຜນການຮ່ວມມືໃນຕໍ່ໜ້າ, ເພື່ອປະກອບສ່ວນໃຫ້ແກ່ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 70 ປີ ໃຫ້ເປັນຂະບວນ ການຟົດຟື້ນໃນປີ 2020 ນີ້.
  ໃນການພົບປະຄັ້ງນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ທີ່ສາມາດເອົາຊະນະການລະບາດຂອງພະ ຍາດດັ່ງກ່າວໄດ້ໃນເບື້ອງຕົ້ນ, ຈາກນັ້ນກໍໄດ້ສືບຕໍ່ມີຄໍາເຫັນຕື່ມວ່າ: ສປປ ລາວ ແລະຣາຊະອານາຈັກໄທເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້, ແມ່ນໍ້າລຳເຊ ແລະຊາຍແດນຕິດຈອດກັນມີວັດທະນະທຳ ແລະປະເພນີທີ່ຄ້າຍຄືກັນຊຶ່ງປະຊາຊົນສອງຊາດເຄີຍມີມູນເຊື້ອແລກປ່ຽນການຢ້ຽມຢາມໄປມາຫາສູ່ເຊິ່ງກັນ ແລະ ກັນຕະ ຫຼອດມາ, ພິເສດໃນປີ 2020 ນີ້ສອງປະເທດພວກເຮົາມີແຜນຈະຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດນໍາກັນຄົບຮອບ 70 ປີ ຊຶ່ງຈະມີຫຼາຍກິດຈະກໍາປິ່ນອ້ອມການສະຫຼອງວັນສໍາຄັນດັ່ງກ່າວ, ແຕ່ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຫຼາຍກິດຈະກໍາບໍ່ສາມາດຈັດຕັ້ງປະຕິບັດໄດ້.
  ເຖິງຢ່າງໃດກໍຕາມ, ໃນປີຜ່ານມາ, ສອງປະເທດໄດ້ປະຕິບັດການຮ່ວມມືໃນຂົງເຂດວັດທະນະທຳດ້ວຍຫຼາຍຮູບແບບໃນຂອບການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍທັງໃນພາກພື້ນ ແລະສາກົນຢ່າງຟົດຟື້ນ; ໃນນັ້ນ, ລວມມີກິດຈະກໍາສາຍຮູບເງົາແອນິແມຊັນເລື່ອງ “ພະລັກ-ພະລາມ ຫຼືບົດກະວີຣາມາຍານະ”, ການ ແລກປ່ຽນສິລະປະການສະແດງຈັດສຳມະນາດ້ານວິຊາການ, ການວາງສະແດງຮູບພາບຊຶ່ງໄດ້ຈັດໃຫ້ມີການພົບປະແລກປ່ຽນຄຳຄິດຄຳເຫັນເພື່ອເຮັດໃຫ້ການຮ່ວມມືທາງດ້ານວັດທະນະ ທຳຂອງສອງ ປະເທດໄດ້ມີບາດກ້າວອັນໃໝ່, ເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າອົກເຂົ້າໃຈກັນ ແລະຮັບຮູ້ຢ່າງກວ້າງຂວາງກ່ຽວກັບໄມຕຣີຈິດມິດຕະພາບ ແລະສາຍພົວພັນອັນດີງາມລະຫວ່າງລາວ-ໄທ, ໄທ-ລາວ ທີ່ມີມາແຕ່ດົນນານ; ນອກນີ້ສອງປະເທດຍັງໄດ້ຮ່ວມມືກັນໃນຂອບຫຼາຍຝ່າຍ, ພ້ອມທັງສະໜັບສະໜູນເຊິ່ງກັນ ແລະກັນໃນເວທີສາກົນເຊັ່ນໃນຂົງເຂດພາກພື້ນແມ່ນໍ້າຂອງອາຊຽນ ແລະເວທີສາກົນຕ່າງໆ.


  ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະຂອບອົກຂອບໃຈເປັນຢ່າງຍິ່ງມາຍັງທ່ານລັດຖະມົນຕີວັດທະນະທໍາແຫ່ງຣາຊະ ອານາຈັກໄທ ທີ່ໄດ້ມີຂໍ້ລິເລີ່ມຈັດຕັ້ງການສະແດງດົນຕີ ແລະສິລະປະວັດທະນະທໍາພື້ນບ້ານພາຍໃຕ້ຫົວຂໍ້: “ນໍ້າຂອງບໍ່ກັ້ນໂຄວິດບໍ່ໃກ້ຮັກແພງແບ່ງປັນ ແລະໝັ້ນຄົງ 70 ປີ” ຊຶ່ງຈະຈັດຂຶ້ນທີ່ໂຮງລະຄອນແຫ່ງຊາດ, ໃນວັນທີ 28 ກັນຍາທີ່ຈະມາເຖິງນີ້ທີ່ນະຄອນຫຼວງບາງກອກປະເທດໄທ. ການສະແດງດັ່ງກ່າວ, ຖືເປັນກິດຈະກຳທີ່ມີຄວາມໝາຍສຳຄັນປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ, ໃນງານດັ່ງກ່າວ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຫ່ງ ສປປ ລາວ ຈະໄດ້ກ່າວຄຳປາໄສ ລວມທັງນຳເອົາລາຍການສິລະປະວັດທະນະທຳທີ່ມີເອກະລັກອັນໂດດເດັ່ນ ແລະສາລະຄະດີການທ່ອງທ່ຽວຂອງລາວຫຼາຍລາຍການມາສະເໜີຜ່ານລະບົບວີດີໂອນໍາອີກດ້ວຍ.