ຈີນ ພ້ອມໃຊ້ວັກແຊງປ້ອງກັນພະຍາດໂຄວິດໃນເດືອນພະຈິກນີ້

   ສປ ຈີນ ພ້ອມໃຊ້ວັກແຊງປ້ອງກັນພະຍາດໂຄວິດໄດ້ໄວສຸດໃນເດືອນພະຈິກ ປີ 2020 ນີ້ ໂດຍໝັ້ນໃຈປະສິດທິພາບວັກແຊງຕ້ານໂຄວິດ-19 ທີ່ຈີນຜະລິດ.

  ຕາມຂ່າວຕ່າງປະເທດລາຍງານວ່າສູນຄວບຄຸມ ແລະປ້ອງກັນພະຍາດຂອງຈີນ (ຊີດີຊີ) ລະບຸວ່າ:  ຢາປ້ອງກັນພະຍາດໂຄວິດ-19 (ວັກແຊງໂຄວິດ-19) ທີ່ໄດ້ຮັບການພັດທະນາໃນຈີນອາດພ້ອມໃຊ້ໃນວົງກວ້າງໄວທີ່ສຸດໃນເດືອນພະຈິກນີ້. ຂະນະທີ່ຈີນມີວັກແຊງໂຄວິດ-19 ຈຳນວນ 4 ຊະນິດ ທີ່ຢູ່ໃນລະຫວ່າງການທົດລອງທາງຄລີນິກໄລຍະສຸດທ້າຍ ແລະມີຢ່າງໜ້ອຍ 3 ຊະນິດ ທີ່ນຳໃຊ້ສັກໃນກຸ່ມເຈົ້າໜ້າທີ່ຕ້ອງຮັບມືກັບໂຄວິດ-19 ພາຍໃຕ້ໂຄງການວັກແຊງສຸກ ເສີນໃນເດືອນກຳລະກົດຜ່ານມາສຳລັບການທົດລອງໄລຍະທີ 3 ພວມດຳເນີນໄປຢ່າງຮີບດ່ວນເພື່ອໃຫ້ທ່ວງທັນກັບສະພາບການຕົວຈິງ.

   ຢ່າງໃດກໍຕາມຜູ້ຜະລິດວັກແຊງທົ່ວໂລກໄດ້ເລັ່ງແຂ່ງຂັນການພັດທະນາວັກແຊງປ້ອງກັນໄວຣັດທີ່ມີປະສິດທິພາບຊຶ່ງໂຄວິດ-19 ຂ້າຊີວິດຜູ້ຄົນໄປແລ້ວ 938.345 ຄົນ ໂດຍຜູ້ຜະລິດວັກແຊງຊັ້ນນໍາຂອງຕາເວັນຕົກໃຫ້ຄຳໝັ້ນວ່າຈະຮັກສາມາດຕະຖານການສຶກສາຄົ້ນຄວ້າທາງວິທະຍາສາດ.

-------------

ໜັງສືພິມເສດຖະກິດ-ສັງຄົມ