ໄຊຍະ ເກັບລາຍຮັບໄດ້ 69,34%

  ໃນວັນທີ 14 ກັນຍາ 2020 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນພ້ອມດ້ວຍທີມງານໄດ້ມາຢ້ຽມຢາມ ແລະຊຸກຍູ້, ຕິດຕາມ, ກວດກາການເກັບລາຍຮັບຂອງ ແຂວງໄຊຍະບູລີ ໃນໂອກາດດັ່ງກ່າວທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນໍາຂອງແຂວງ ແລະພະນັກງານການເງິນທົ່ວແຂວງຊຶ່ງໄດ້ຈັດຂຶ້ນທີ່ຫໍປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ; ຊຶ່ງກ່ອນອື່ນທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະ ບູລີ ໄດ້ຂຶ້ນລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ພ້ອມທັງກ່າວຕ້ອນຮັບ.
   ຈາກນັ້ນທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນແຂວງໄດ້ລາຍງານການຈັດເກັບລາຍຮັບເຂົ້າງົບປະມານໃນ 8 ເດືອນປີ 2020 ໄດ້ຮັບຕົວເລກແຜນລາຍຮັບງົບປະມານຈາກກະຊວງການເງິນລວມທັງພູດສູນກາງປະຕິບັດຢູ່ແຂວງເບື້ອງຕົ້ນ 1.048 ຕື້ກວ່າກີບ, ແຜນດັດແກ້ 1.114 ຕື້ກວ່າກີບ, ທຽບໃສ່ແຜນເບື້ອງ ຕົ້ນເພີ່ມຂຶ້ນ 6,28%,ທຽບໃສ່ແຜນການປີ 2019 ເພີ່ມຂຶ້ນ 16,32% ແລະມາຮອດປະຈຸບັນສາມາດຈັດເກັບລາຍຮັບ 8 ເດືອນໄດ້ທັງໝົດ 726,96 ຕື້ກີບ ເທົ່າ ກັບ 69,34% ຂອງແຜນເບື້ອງຕົ້ນເທົ່າກັບ 65,24% ຂອງແຜນດັດແກ້; ໃນນີ້ລາຍຮັບບ້ວງສູນກາງປະຕິບັດຢູ່ແຂວງໄດ້ 587,49 ຕື້ກີບ ເທົ່າກັບ 74,10% ຂອງແຜນເບື້ອງຕົ້ນເທົ່າກັບ 62,81%ຂອງແຜນດັດແກ້,ລາຍຮັບພາຍໃນປະຕິບັດໄດ້ 139,46 ຕື້ກີບ ເທົ່າກັບ 54,59%ຂອງແຜນເບື້ອງຕົ້ນເທົ່າກັບ 77,95% ຂອງແຜນດັດແກ້,ດ້ານລາຍຈ່າຍແຜນເບື້ອງຕົ້ນ 538,62 ຕື້ກີບ,ແຜນດັດແກ້ 519,96 ຕື້ກີບ ຫຼຸດລົງ 3,46%,ທຽບໃສ່ແຜນການປີຜ່ານມາຫຼຸດລົງ 2,28%, ໃນ 8 ເດືອນຜ່ານມາສາມາດຄຸ້ມຄອງລາຍຈ່າຍໄດ້ທັງໝົດ 324,35 ຕື້ກີບ ເທົ່າກັບ 60,22% ຂອງແຜນເບື້ອງຕົ້ນເທົ່າກັບ 62,38% ຂອງແຜນດັດແກ້, ສ່ວນການດຸ່ນດ່ຽງງົບປະມານເບື້ອງຕົ້ນຂາດດູນງົບປະມານຈໍານວນ 283,12 ຕື້ກີບ, ແຜນດັດແກ້ຂາດດູນ 341,05 ຕື້ກີບ ເພີ່ມຂຶ້ນ 20,46%, ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 20,59% ປະຕິບັດໄດ້ 160,78 ຕື້ກີບ ເທົ່າກັບ 47,14%, ທຽບໃສ່ໄລຍະດຽວກັນເທົ່າກັບ 100,14%. 8 ເດືອນໄດ້ຮັບດຸ່ນດ່ຽງທັງໝົດ 213,78 ຕື້ກີບ ເທົ່າ 65,30% ຂອງແຜນເບື້ອງຕົ້ນ ເທົ່າກັບ 54,21% ຂອງແຜນດັດແກ້.


    ໃນໂອກາດນີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາທຸກພາກສ່ວນທັງແຂວງ ແລະເມືອງທີ່ໄດ້ເອົາໃຈໃສ່ປະຕິບັດການຈັດເກັບລາຍຮັບໃນໄລຍະ 8 ເດືອນຜ່ານມາເຖິງວ່າຈະບໍ່ບັນລຸຕາມແຜນການທີ່ຕັ້ງໄວ້ແຕ່ກໍ່ກາຍ 50% ຂຶ້ນໄປຖືວ່າໄດ້ຕາມແຜນທີ່ຕັ້ງໄວ້. ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ການນໍາທຸກຂັ້ນທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະສ່ວຍສາອາກອນຕ້ອງເອົາໃຈໃສ່ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງມອບອາກອນດ້ວຍຕົນເອງຜ່ານລະບົບເອເລັກໂຕຣນິກຫັນບັນດາຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງໂປ່ງໃສ ແລະ ເຂັ້ມງວດຕາມກົດໝາຍກໍານົດ, ເອົາໃຈໃສ່ຄຸ້ມຄອງສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະອາຍແກັສ ຕາມແຈ້ງການເລກທີ 1626/ກງ, ລົງ ວັນທີ 30 ພຶດສະພາ 2019 ຕັ້ງໜ້າສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ, ຄຸ້ມຄອງຈັດເກັບລາຍຮັບຜ່ານລະບົບທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ, ຫົວ ໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບຂຶ້ນໄປ ຕ້ອງແຈ້ງເສຍອາກອນ ແບບທັນສະໄໝ (TaxRis) ກວດກາຫົວ ໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບ ທີ່ບໍ່ທັນໄດ້ເຂົ້າລະບົບອາກອນມູນຄ່າເພີ່ມເພື່ອເປັນເປົ້າໝາຍຂະຫຍາຍຖານເກັບອາກອນມູນຄ່າເພີ່ມ VAT, ເອົາໃຈໃສ່ກວດກາຄືນການແຈ້ງພາສີ, ໝວດສິນຄ້າທີ່ມີຄວາມສ່ຽງລັກລອບ, ກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ຕາມບັນດາດ່ານ, ການຈັດເກັບລາຍຮັບຄ່າເຊົ່າ-ຄ່າສໍາປະທານດິນລັດ, ຄ່າຊັບພະຍາກອນທໍາມະຊາດໃຫ້ຄົບຖ້ວນ, ສົ່ງເສີມພາກເອກະຊົນເຂົ້າມາລົງທຶນທັງພາຍໃນ ແລະຕ່າງປະເທດໃຫ້ຫຼາຍຂຶ້ນເພື່ອຟື້ນຟູເສດຖະກິດຫຼັງໂຄວິດ-19 ສິ່ງສໍາຄັນຕ້ອງເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າການປູກຝັງ-ລ້ຽງສັດ, ອຸດສາຫະກໍາ, ຫັດຖະກໍາໃຫ້ຫຼາຍ ແລະຍືນຍົງ.

----------------

ຂ່າວ: ບຸນທີ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ