ເຟດຈະຮັກສາດອກເບ້ຍໃກ້ 0% ຍາວເຖິງປີ 2023

     ຜົນສຳຫຼວດຊີ້ນັກວິເຄາະຄາດຄະເນວ່າທະນາຄານກາງອາເມລິກາ (ເຟດ) ຈະຮັກສາອັດຕາດອກເບ້ຍໃກ້ 0% ຍາວໄປຈົນເຖິງປີ 2023.

  ຕາມຂ່າວຕ່າງປະເທດລາຍງານວ່ານັກວິເຄາະສ່ວນໃຫຍ່ຄາດວ່າທະນາຄານກາງອາເມລິກາ (ເຟດ) ຈະຮັກສາອັດຕາດອກເບ້ຍທີ່ລະດັບ 0,00% - 0,25% ແລະຈະບໍ່ປັບຂຶ້ນອັດຕາດອກເບ້ຍດັ່ງກ່າວຈົນກວ່າຈະເຖິງປີ 2023ຜົນການສຳຫຼວດມີຂຶ້ນຫຼັງຈາກທີ່ ທ່ານ ເຈີໂຣມ ພາວ ເວລ ປະທານ ເຟດ ປັບປ່ຽນນະໂຍບາຍການເງິນຄັ້ງສຳຄັນໃນກອງປະຊຸມປະຈຳປີໃນເດືອນທີ່ຜ່ານມາໂດຍເຟດຈະໃຊ້ເຄື່ອງມືໃໝ່ທີ່ເອີ້ນວ່າເປົ້າໝາຍເງິນເຟີ້ສະເລ່ຍຊຶ່ງຈະເຮັດໃຫ້ອັດຕາເງິນເຟີ້ມີຄວາມຄົງທີ່ ແລະ ສາ ມາດເພີ່ມຂຶ້ນສູງກວ່າ 2%ແທນທີ່ຈະກຳນົດເປົ້າໝາຍທີ່ 2% ສົ່ງຜົນເຮັດໃຫ້ເຟດມີທ່າອຽງໜ້ອຍສຸດທີ່ຈະປັບຂຶ້ນອັດຕາດອກເບ້ຍເມື່ອອັດຕາການຫວ່າງວຽກຫຼຸດລົງ ແລະອັດຕາເງິນເຟີ້ຍັງບໍ່ເພີ່ມຂຶ້ນ.

   ການສຳຫຼວດຍັງຊີ້ວ່ານັກວິເຄາະຫຼາຍກວ່າ 50% ເຊື່ອວ່າເສດຖະກິດອາເມລິກາໄດ້ຜ່ານພົ້ນພາວະຖົດຖອຍແລ້ວໂດຍພາວະຖົດຖອຍໄດ້ສິ້ນສຸດລົງໃນເດືອນພຶດສະ ພາທີ່ຜ່ານມານອກຈາກນີ້ນັກວິເຄາະຍັງລະບຸວ່າເສດຖະກິດອາເມລິກາຈະຫົດຕົວ 2,6% ໃນປີນີ້ ຊຶ່ງດີກວ່າຕົວເລກຄາດຄະເນໃນເດືອນກໍລະກົດທີ່ລະບຸວ່າເສດຖະກິດຈະຫົດຕົວ 4,5%.