ເອກະຊົນສຳປະທານຂຸດຄົ້ນຫີນອ່ອນຢູ່ຫຼວງພະບາງ

 ໃນວັນທີ11 ກັນຍາ ທີ່ພະແນກແຜນການ ແລະການລົງທຶນແຂວງໄດ້ມີພິທີເຊັນສັນຍາສຳປະທານໂຄງການຂຸດຄົ້ນ ແລະປຸງແຕ່ງຫີນອ່ອນມາໂບຢູ່ບ້ານແດນສະຫວ່າງນະຄອນຫຼວງພະບາງ, ລົງນາມສັນຍາຝ່າຍອົງການປົກຄອງແຂວງຫຼວງພະບາງຕາງໜ້າໂດຍ ທ່ານ ນາງ ສີລີພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ຝ່າຍບໍລິສັດສຳປະທານຕາງໜ້າໂດຍທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ລາວໄອເອັດຈ໌ຊີ ມາຍນີງ ຈຳກັດ ຜູ້ດຽວ ເຂົ້າຮ່ວມມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ຕະຫຼອດຮອດຜູ້ສຳປະທານ ແລະຄະນະກຳມະການຄຸ້ມຄອງການລົງທຶນຂອງລັດເຂົ້າຮ່ວມ.


  ໂຄງການສຳປະທານຂຸດຄົ້ນ ແລະປຸງແຕ່ງຫີນອ່ອນ ຢູ່ບ້ານແດນສະຫວ່າງ ນະຄອນຫຼວງພະບາງ ໄດ້ຮັບການອະນຸມັດຈາກອົງການປົກຄອງແຂວງຕາມລະບຽບ ແລະກົດໝາຍການລົງທຶນຂອງລັດມີອາຍຸສັນຍາ 5 ປີ ນັບແຕ່ວັນທີ 11 ກັນຍາ 2020 ເປັນການລົງທຶນຂອງບໍລິສັດ ເອກະຊົນພາຍໃນມູນຄ່າການລົງທຶນ 4 ລ້ານໂດລາ ເນື້ອທີ່ຂຸດຄົ້ນທັງໝົດ 4 ເຮັກຕາ ໂດຍແມ່ນບໍລິສັດ ລາວໄອ ເອັດຈ໌ຊີ ມາຍນີງ ຈຳກັດຜູ້ດຽວ ເປັນຜູ້ລົງທຶນຂຸດຄົ້ນ.
  ໂອກາດນີ້ ທ່ານເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນວ່າ: ການສຳປະທານໂຄງການຂຸດຄົ້ນ ແລະປຸງແຕ່ງຫີນອ່ອນຢູ່ບ້ານແດນສະຫວ່າງນະຄອນຫຼວງພະບາງເປັນໂຄງການລິເລີ່ມໃນການພັດທະນາຊັບພະຍາກອນທຳມະຊາທີ່ມີຢູ່ທ້ອງຖິ່ນໃຫ້ເປັນສິນຄ້າສົ່ງອອກທີ່ໄດ້ມາດຕະຖານສາກົນ ແລະກາຍເປັນຜະລິດຕະພັນທີ່ຈະເປັນສີນຄ້າໃໝ່ຂອງປະເທດລາວກໍ່ຄືຂອງແຂວງຫຼວງພະບາງໃນອະນາຄົດ.

--------------

ຂ່າວ: ອາພຸດເດດ ບຸບຜາ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ