ຫຼາຍພາກສ່ວນມອບເງິນຊຸກຍູ້ກອງປະຊຸມໃຫຍ່ບໍລິຄຳໄຊ

  ເພື່ອເປັນການປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊໃນວັນທີ 15 ກັນຍານີ້ ຢູ່ຫ້ອງຮັບຮອງຂອງແຂວງຕາງໜ້າໃຫ້ 7 ຕົວເມືອງ, ບໍລິສັດ ແລະທະນາຄານໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊຕາງໜ້າໃຫ້ການນຳແຂວງຮັບໂດຍທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ທັງເປັນຫົວໜ້າອະນຸກຳມະການເສດຖະກິດໂດຍມີອະນຸກຳມະການເສດຖະກິດ, ຜູ້ຕາງໜ້າຈາກເມືອງ, ບັນດາບໍລິສັດ ແລະທະນາຄານເຂົ້າຮ່ວມ.

   ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ:ທ່ານ ຄອນສະຫວັນ ສອນຄໍາໄຊ ບໍລິສັດ BM-ACTS ພັດທະນາອ່າງຫ້ວຍສຽດມູນຄ່າ 30 ລ້ານກີບ, ທ່ານ ໄຊຍະເພັດ ຈັນທິສອນ ບໍລິສັດກໍ່ສ້າງ ແລະຕິດຕັ້ງໄຟຟ້າ SES ຄົບວົງຈອນ ຈໍາກັດ 10 ລ້ານກີບ, ທ່ານ ຄໍາແພງ ແກ້ວມະນີໄຊ ໂຮງງານປຸງແຕ່ງ ໄມ້ VLS ຈໍາກັດຜູ້ດຽວ 10 ລ້ານກີບ, ບໍລິສັດ ວັດທະນາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ 10 ລ້ານກີບ, ເມືອງວຽງທອງ 29 ລ້ານກີບ, ເມືອງປາກຊັນ 11 ລ້ານກີບ, ເມືອງທ່າພະບາດ 10 ລ້ານກີບ, ເມືອງຄໍາເກີດ 10 ລ້ານກີບ, ເມືອງບໍລິຄັນ 8 ລ້ານກີບ, ໄຊຈໍາພອນ 8 ລ້ານກີບ, ເມືອງປາກກະດິງ 6 ລ້ານກີບ, ທະນາຄານພັດທະນາລາວ 2 ລ້ານກີບ, ທະນາຄານສົ່ງເສີມກະສິກຳ 2 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງບໍລິຄຳໄຊ 10 ລ້ານກີບ ແລະພາກສ່ວນອື່ນໆອີກຈຳນວນໜຶ່ງລວມເປັນເງິນທັງໝົດ 200,8 ລ້ານກີບ, ເພື່ອເປັນການຍ້ອງຍໍສັນລະເສີນພາກສ່ວນຕ່າງໆ ແລະບຸກຄົນທີ່ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມດັ່ງກ່າວໃນຄັ້ງນີ້ກໍ່ໄດ້ມອບໃບກຽດຕິຄຸນ, ໃບຍ້ອງຍໍ, ໃບຊົມເຊີຍ ແລະໃບຂອບໃຈໃຫ້ບັນດາເມືອງ, ບໍລິສັດ, ທະນາຄານທີ່ໄດ້ປະກອບສ່ວນໃນຄັ້ງນີ້.