ສາລະວັນ ໄຂກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງ

 ໃນວັນທີ 16 ກັນຍານີ້, ແຂວງສາລະວັນ ໄຂກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນວິທະຍາໄລຄູສາລະວັນໂດຍການເປັນປະທານຂອງທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີບັນດານທ່ານຈາກພະແນກການຕ່າງໆອ້ອມຂ້າງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ ແລະທ່ານຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໃນ 8 ຕົວເມືອງເຂົ້າຮ່ວມ.

  ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງສຶກສາ ແລະ ກີລາປະຈຳປີ 2019-2020 ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກີລາປະຈຳປີ 2020-2021 ໂດຍປະຕິບັດຕາມທິດທາງໜ້າທີ່ລວມ, ລະດັບຄາດໝາຍຂອງແຜນພັດທະນາການສຶກສາ ແລະກີລາປະຈຳສົກປີ 2019-2020 ພະແນກສຶກສາທິການ ແລະກີລາກໍ່ຄືກະຊວງສຶກສາທິການ ແລະກີລາວາງອອກ ແລະກໍ່ຖືວຽກ ງານການສົ່ງເສີມການເຂົ້າເຖິງການສຶກສາຢ່າງສະເໜີພາບ ແລະເທົ່າທຽມ ການປັບປຸງຄຸນນະພາບການສຶກສາ ແລະ ກີລາ ແລະ ການປັບປຸງລະບົບບໍລິຫານການສຶກສາແມ່ນເປັນບູລິມະສິດນັບແຕ່ການສຶກສາກ່ອນ ໄວຮຽນ, ຈົນຮອດການສຶກສາຊັ້ນມັດທະຍົມປາຍສາຍສາມັນສຶກສາ, ການສຶກສານອກໂຮງຮຽນ ແລະອະຊີວະສຶກສາ ແລະການສຶກສາຊັ້ນສູງ ແລະ ສົກຮຽນປີນີ້ເປັນປີທີ 5 ແລະ ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາ 5 ປີ ຄັ້ງທີ VIII (2016-2020).

  ໃນໜຶ່ງສົກຮຽນທີ່ຜ່ານມາການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາໂດຍພາຍໃຕ້ການຊີ້ນຳໆພາຈາກກະຊວງ, ອຳນາດການປົກຄອງແຂວງຕະຫຼອດຮອດຜູ້ບໍລິຫານການສຶກສາທຸກຂັ້ນໄດ້ພ້ອມກັນເຮັດໜ້າທີ່ຕາມຄວາມຮັບຜິດຊອບໂດຍເນັ້ນໃສ່ການຂະຫຍາຍ, ການສ້ອມແປງໂຮງຮຽນ, ການສະໜອງອຸປະກອນ ແລະອື່ນໆ, ການສຶກສາກ່ອນໄວ້ຮຽນຫຼຸດຈາກ 11.963 ຄົນມາ ເປັນ 11.670 ຄົນ, ອັດຕາເຂົ້າຮຽນຂອງເດັກ 3-5 ປີ ເພີ່ມຈາກ44% ມາເປັນ 46%, ອັດຕາເຂົ້າຮຽນຂອງເດັກ 5 ປີກໍ່ເພີ່ມຂຶ້ນຈາກ 70% ມາເປັນ 73% ແລະຄວາມສະເໜີພາບຊາຍ-ຍິງໃນການເຂົ້າຮຽນຂອງເດັກ 3-5 ປີແມ່ນຢູ່ໃນລະຫວ່າງ 0,99-1%, ອັດຕາການຄ້າງຫ້ອງແມ່ນມີທ່າອ່ຽງດີຂຶ້ນແຕ່ອັດຕາການປະລະເພີ່ມຂຶ້ນຈາກ 6% ມາເປັນ 7% ໃນນັ້ນສູງ ກວ່າໝູ່ແມ່ນເມືອງຕະໂອ້ຍ, ເຖິງແມ່ນວ່າໄດ້ມີການຂະ ຫຍາຍໂຮງຮຽນມັດທະຍົມອອກຕື່ມ 5 ແຫ່ງ ໃນທົ່ວແຂວງມາເປັນ 97 ແຫ່ງ ແຕ່ຈຳນວນນັກຮຽນໃນຊັ້ນມັດທະຍົມຕົ້ນ ແລະມັດທະຍົມປາຍມີ 27.820 ຄົນ ທຽບໃສ່ປີຜ່ານມາຫຼຸດລົງເນື່ອງຈາກເດັກໃນເກນອາຍຸ 11-14 ຫຼຸດລົງຫຼາຍ, ອັດຕາການເຂົ້າຮຽນ, ສ່ວນອັດຕາປະລະຊັ້ນ ມ ຕົ້ນເພີ່ມຂຶ້ນຈາກ 14% ມາເປັນ 17% ແລະຊັ້ນ ມ ປາຍ ແມ່ນເພີ່ມຈາກ 8% ມາເປັນ 12 ທຽບໃສ່ປີຜ່ານມາໃນນັ້ນເມືອງທີ່ມີອັດຕາປະລະສູງມີເມືອງເລົ່າງາມ 20% ແລະເມືອງສະໝ້ວຍ 21%.

  ຕໍ່ກັບບັນຫາປະເດັນ ແລະສິ່ທ້າທາຍເປັນຕົ້ນການຂະຫຍາຍ, ການສຶກສາກ່ອນໄວ້ຮຽນຍັງບໍ່ທັນໄດ້ທົ່ວເຖິງ, ຄຸນນະພາບການສຶກສາຍັງຕໍ່າ, ການປະລະການຮຽນຍັງ ສູງໃນຊັ້ນປະຖົມ ແລະມັດທະຍົມ, ບັນຫາຄູບໍ່ພຽງພໍ ແລະການປະຕິບັດໜ້າທີ່ຂອງຄູ, ພ້ອມທັງຜົນກະທົບຈາກໄພທຳມະຊາດ (ນໍ້າຖ້ວມ)ການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ທີ່ໄດ້ກະທົບໃສ່ການຈັດຕັ້ງປະຕິບັດການຮຽນ-ການສອນ, ເຮັດໃຫ້ການຮຽນ-ການສອນບໍ່ປົກກະຕີ, ຈຶ່ງໄດ້ວາງແຜນວຽກບູລິມັດສິດປີ 2021 ຄາດໝາຍຫຼັກອັດຕາເຂົ້າຮຽນຂອງເດັກ 0-2 ປີເພີ່ມຈາກ 1% ມາເປັນ 2%, ອັດຕາເຂົ້າຮຽນຂອງເດັກ 5 ປີໃຫ້ເພີ່ມຈາກ 73% ໃຫ້ບັນລຸສູງກວ່າ 75%, ຫຼຸດຜ່ອນອັດຕາຄ້າງຫ້ອງຈາກ 4,6% ມາເປັນ 4,3%, ອັດຕາປະລະການຮຽນ-ການສອນຈາກ 7,6% ໃຫ້ຍັງເຫຼືອຕໍ່າກວ່າ 4,3% ແລະ

--------

ໂດຍ: ສິດຕາ ເພັດວົງສາ