ມອບ-ຮັບອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມບ້ານພອນໄຊ

  ວັນທີ 12 ກັນຍາ ຜ່ານມາທີ່ໂຮງຮຽນປະຖົມສົມບູນບ້ານພອນໄຊ ນະຄອນຫຼວງພະບາງ ໄດ້ມີພິທີມອບ-ຮັບອາຄານຮຽນຫຼັງໃໝ່, ໂດຍແມ່ນທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມພ້ອມດ້ວຍຄອບຄົວ ແລະ ນັກທຸລະກິດເປັນຜູ້ໃຫ້ທຶນໃນການກໍ່ສ້າງລວມມູນຄ່າ 243 ລ້ານກວ່າກີບ, ເປັນອາຄານຖາວອນເບຕົງເສີມເຫຼັກ, ຝາກໍດ້ວຍດິນຈີ່, ຫຼັງຄາມຸງກະເບື້ອງ, ເພດານໃສ່ແຜ່ນລຽບປະກອບມີ 2 ຫ້ອງ, 1 ຫ້ອງຮຽນ ແລະ1 ຫ້ອງການ, ມີລວງຍາວ 12 ແມັດ, ກວ້າງ 7 ແມັດເຄິ່ງ, ລະບຽງນອກ 2 ແມັດ, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນ 2 ມິ ຖຸນາ 2013 ແລະສໍາເລັດໃນວັນທີ 29 ກັນຍາ 2013, ລວມ 5 ເດືອນ ແຕ່ຍ້ອນຜູ້ໃຫ້ທຶນຕິດພາລະກິດຈຶ່ງຈັດພິທີມອບຫຼ້າຊ້າ, ຄວາມຈິງອາຄານຫຼັງນີ້ກໍ່ສໍາເລັດເປັນເວລາ 7 ປີແລ້ວແຕ່ບໍ່ໄດ້ມອບເປັນທາງການເທື່ອ, ນອກຈາກອາຄານຮຽນແລ້ວທ່ານ ຄຳແພງ ໄຊສົມແພງ ໄດ້ໃຫ້ທຶນເຈາະນໍ້າບາດານໃຫ້ 1 ບໍ່, ກໍ່ສ້າງເສົາຫຼັກທຸງ ແລະອຸປະກອນເຄື່ອງເຟີນີເຈີຄົບຊຸດລວມມູນຄ່າ 17 ລ້ານກີບ.

 ໂອກາດນີ້ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວມອບອາຄານຮຽນໃຫ້ເຈົ້ານະຄອນຫຼວງພະບາງ ແລະພະແນກສຶກສາທິການ ແລະກີລາແຂວງກໍຄືຫ້ອງການສຶກສາທິການ ແລະກີລາເມືອງ ແລະຄະນະອຳນວຍການໂຮງຮຽນນຳໄປໃຊ້ໃຫ້ເກີດປະໂຫຍດ.

   ໃນພິທີມອບ-ຮັບອາຄານຄັ້ງນີ້ ທ່ານ ຄຳແພງ ໄຊສົມແພງ ໄດ້ມອບອຸປະກອນການຮຽນ, ນໍ້າຢາລ້າງມື ແລະເຄື່ອງນຸ່ງຈຳນວນໜຶ່ງລວມມູນຄ່າ 16 ລ້ານກວ່າກີບໃຫ້ແກ່ນັກຮຽນ ແລະໄດ້ສັນຍາວ່າຈະລະດົມທຶນຊ່ວຍປູເບຕົງເດີ່ນໂຮງຮຽນຕື່ມອີກ.