ເຊກອງ ຮັບຮອງບ້ານວັດທະນະທໍາແລ້ວ 157 ບ້ານ

  ເມື່ອບໍ່ດົນຜ່ານມານີ້ພະແນກຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນວຽກງານວັດທະນະທໍາ, ວິຈິດສິນ ແລະວຽກງານສູນວັດທະນະທໍາເດັກຂຶ້ນໂດຍມີ ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ນາງ ວຽງສະໄໝ ວົງວິຈິດ ຮອງຫົວໜ້າພະແນກ ຖວທ ແຂວງ, ມີຫົວໜ້າຫ້ອງການ ຖວທ ເມືອງດາກຈຶງ, ເມືອງກະລຶມ, ຮອງຫົວໜ້າຫ້ອງການ ຖວທ ເມືອງລະມາມ, ເມືອງທ່າແຕງ ແລະວິຊາການ ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ສົມພອນ ສີລາສັກ ຫົວໜ້າຂະແໜງວັດທະນະທໍາແຂວງເຊກອງ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຜູ້ເຂົ້າຮ່ວມຈະໄດ້ມີແລກປ່ຽນ, ຖອດຖອນບົດຮຽນເພື່ອຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານການສ້າງຄອບຄົວ, ສ້າງບ້ານວັດທະນະທໍາ ແລະບ້ານຕົວແບບທາງດ້ານວັດທະນະທໍາ, ວຽກງານ ຮີດຄອງປະເພນີ ແລະວິຖີຊີວິດ ຂອງບັນດາເຜົ່າ, ວຽກງານການ ຄຸ້ມຄອງປ້າຍໂຄສະນາ-ພິມຈໍາ ໜ່າຍ, ວຽກງານສິລະປະການສະແດງ,ວຽກງານຄຸ້ມຄອງມໍລະດົກ ແລະຂຶ້ນທະບຽນມໍລະດົກນາມະທໍາ, ວຽກງານການຂະຫຍາຍສູນວັດທະນະທໍາເດັກຢູ່ຂັ້ນເມືອງ ໃນ 6 ເດືອນຕົ້ນປີ 2020 ຂະແໜງວັດທະນະທໍາພະແນກ ຖວທ ແຂວງໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະຫ້ອງການ ຖວທ ເມືອງສຸມໃສ່ການຈັດຕັ້ງປະຕິບັດແຈ້ງການຂອງກົມວັດທະນະທໍາມະຫາ ຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວວ່າດ້ວຍການສ້າງຄອບຄົວ, ບ້ານວັດທະນະທໍາ ແລະບ້ານຕົວແບບທາງດ້ານວັດທະນະທໍາໂດຍໃນ 6 ເດືອນຕົ້ນປີ 2020 ແຂວງ ສາມາດສ້າງຄອບຄົວວັດທະນະທໍາໄດ້ 935 ຄອບຄົວເທົ່າກັບ 66,78% ຂອງແຜນການປີ, ສ້າງບ້ານວັດທະນະທໍາໄດ້ 6 ບ້ານເທົ່າກັບ 60% ຂອງແຜນການປີຊຶ່ງມາຮອດປະຈຸບັນທົ່ວແຂວງມີຄອບຄົວວັດທະນະທໍາ 17.245 ຄອບຄົວກວມເອົາ 69% ຂອງຄອບຄົວທົ່ວແຂວງ ແລະຮັບຮອງບ້ານວັດທະນະທໍາແລ້ວຈໍານວນ 157 ບ້ານກວມເອົາ 79,69% ຂອງບ້ານທົ່ວແຂວງ.

   ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນບັນດາຂໍ້ສະດວກ ແລະຫຍຸ້ງຍາກໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກເພື່ອໃຫ້ບັນລຸຈຸດປະສົງ ແລະລະດັບຄາດໝາຍໂດຍເນັ້ນການຄຸ້ມຄອງບັນດາກິດຈະການໂຮງແຮມ,ເຮືອນພັກ, ຮ້ານອາຫານ,ຮ້ານກິນດື່ມບັນເທີງ, ຄາລາໂອເກະຊຶ່ງຕ້ອງໄດ້ມີການແບ່ງເຂດຄຸ້ມຄອງລະຫວ່າງແຂວງ,ເມືອງເພື່ອສະດວກໃນການຕິດຕາມກວດກາ;ພ້ອມກັນນັ້ນກໍຊອກໃຫ້ເຫັນຈຸດອອ່ນ ແລະຂໍ້ຄົງຄ້າງໃນໄລຍະຜ່ານມາເພື່ອພ້ອມກັນຫາວິທີການໃນການແກ້ໄຂເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າບັນລຸຈຸດປະສົງ, ຄາດໝາຍ ແລະແຜນການທີ່ວາງໄວ້.